spot_img
Homeຂ່າວການພັດທະນາອິນໂດເນເຊຍ ຍ້າຍເມືອງຫຼວງຈາກ ຈາກາຕາ ໄປ ເກາະບໍ່ນຽວ ເພື່ອຫຼຸດຜ່ອນຄວາມແອອັດຂອງປະຊາກອນ

ອິນໂດເນເຊຍ ຍ້າຍເມືອງຫຼວງຈາກ ຈາກາຕາ ໄປ ເກາະບໍ່ນຽວ ເພື່ອຫຼຸດຜ່ອນຄວາມແອອັດຂອງປະຊາກອນ

Published on

ປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວິໂດໂດ ໄດ້ວາງແຜນການຍ້າຍເມືອງຕັ້ງແຕ່ເດືອນເມສາ ປີ 2019 ໂດຍກ່າວວ່າ ຍ້ອນລະດັບນໍ້າທະເລທີ່ເພີ່ມຂຶ້ນສູງ ແລະ ຄວາມແອອັດຂອງປະຊາກອນທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ. ທາງດ້ານຜູ້ຊຽວຊານຄາດວ່າ 1 ໃນ 3 ຂອງເມືອງນີ້ຈະຈົມຢູ່ກ້ອງທະເລພາຍໃນປີ 2050.

ນັກອະນຸຮັກສິ່ງແວດລ້ອມໄດ້ວິຈານແຜນການຍ້າຍເມືອງຫຼວງເຄີຍກ່າວວ່າ ການສ້າງເມືອງແຫ່ງໃໝ່ເທິງ ເກາະບໍ່ນຽວ ອາດກໍ່ຄວາມເສຍຫາຍຕໍ່ລະບົບນິເວດ ແລະ ເປັນການຄຸກຄາມປ່າໄມ້ຫຼາຍຊະນິດທີ່ໃກ້ຈະສູນພັນແລ້ວ.

ປະທານາທິບໍດີ ອິນໂດເນເຊຍ ກ່າວວ່າ “ເມືອງຫຼວງໃໝ່ນັ້ນ ຈະເປັນເມືອງທີ່ຜູ້ຄົນຢູ່ໃກ້ກັບຈຸດໝາຍປາຍທາງທີ່ພວກເຂົາສາມາດຂີ່ລົດຖີບ ແລະ ຍ່າງຜ່ານໄປໄດ້ທຸກບ່ອນ ເພາະການປ່ອຍມົນລະພິດຈະກາຍເປັນສູນ, ເຊິ່ງຈະບໍ່ແມ່ນເປັນພຽງບ່ອນເຮັດວຽກຂອງລັດຖະບານເທົ່ານັ້ນ ແຕ່ຕ້ອງການສ້າງມະຫານະຄອນອັດສະລິຍະແຫ່ງໃໝ່ ທີ່ສາມາດດຶງດູດຜູ້ທີ່ມີຄວາມສາມາດທົ່ວໂລກ ແລະ ເປັນສູນກາງຂອງນະວັດຕະກໍໍາ”

ອິນໂດເນເຊຍ ບໍ່ແມ່ນປະເທດທໍາອິດທີ່ຍ້າຍເມືອງຫຼວງໃໝ່, ມາເລເຊຍ ເຄີຍຍ້າຍເມືອງຫຼວງຈາກ ກົວລາລໍາເປີ ໄປ ປຸຕຣາຈາຍາ ໃນປີ 2004 ແລະ ມຽນມາເຄີຍຍ້າຍເມືອງຫຼວງຈາກຢ່າງກຸ້ງໄປຢູ່ເນບຍີດໍເມື່ອປີ 2006.

ອ້າງອີງຈາກ: reuters

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...