spot_img
Homeຂ່າວພາຍ​ໃນບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 8 ມັງກອນ 2022

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 8 ມັງກອນ 2022

Published on

ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊື້ອໃນ ຊຸມຊົນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ, ໃນມື້ວານ ວັນທີ 7 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດ ຊອກຫາເຊື້ອໂຄວິດ-19 ທັງຫມົດ 5.269 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງຫມົດ 1,066 ຄົນ (ຕິດເຊື້ອພາຍໃນ ມີ 1,062 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 117.956 ຄົນ, ເສຍຊີວິດສະສົມ 430 ຄົນ (ໃນນີ້ເສຍຊີວິດ ໃຫມ່ 09 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 321 ຄົນ, ກໍາລັງປິ່ນປົວ 7.090 ຄົນ (ກວມເອົາ 6.09% ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 93 % ຂອງຈໍານວນຜູ້ຕິດເຊື້ອສະສົມທັງຫມົດ.)

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃຫມ່ ທັງຫມົດ 1,062 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາຫນ້ອຍມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 399 ຄົນ

ອຸດົມໄຊ ມີ 109 ຄົນ

ໄຊຍະບູລີ ມີ 80 ຄົນ

ແຂວງວຽງຈັນ ມີ 35 ຄົນ 5.ຫຼວງພະບາງ ມີ 45 ຄົນ

ຜົ້ງສາລີ ມີ 44 ຄົນ

ບໍລິຄໍາໄຊ ມີ 42 ຄົນ

ສະຫວັນນະເຂດ ມີ 38 ຄົນ

ບໍ່ແກ້ວ ມີ 36 ຄົນ

ຫຼວງນ້ໍາທາ ມີ 35 ຄົນ

ຊຽງຂວາງ ມີ 35 ຄົນ

ໄຊສົມບູນ ມີ 35 ຄົນ

ຫົວພັນ ມີ 31 ຄົນ

ຈໍາປາສັກ ມີ 22 ຄົນ

ເຊກອງ ມີ 19 ຄົນ

ຄໍາມ່ວນ ມີ 18 ຄົນ

ສາລະວັນ ມີ 16 ຄົນ

ອັດຕະປື ມີ 3 ຄົນ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແຂວງສະຫວັນນະເຂດ 4 ຄົນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກໍານົດໄວ້ກ່ອນຈະກວດພົບເຊື້ອ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...