spot_img
Homeຂ່າວຕ່າງປະເທດອາຟຣິກາໃຕ້ເປີດເຜີຍ ໂອໄມຄຣອນ ຊ່ວຍສ້າງພູມຄຸ້ມກັນຕໍ່ສາຍພັນ ເດລຕາ

ອາຟຣິກາໃຕ້ເປີດເຜີຍ ໂອໄມຄຣອນ ຊ່ວຍສ້າງພູມຄຸ້ມກັນຕໍ່ສາຍພັນ ເດລຕາ

Published on

ຈາກການລາຍງານຂອງ ສຳນັກຂ່າວຕ່າງປະເທດ ລາຍງານກ່ຽວກັບງານວິໄຈຂອງນັກວິທະຍາສາດໃນອາຟຣິກາໃຕ້ໄດ້ພົບວ່າການຕິດເຊື້ອສາຍພັນໂອໄມຄຣອນ (Omicron) ຊ່ວຍເສີມພູມຄຸ້ມກັນໃຫ້ຂ້າເຊື້ອ (neutralizing inmunity ) ຕໍ່ກັບສາຍພັນເດລຕາ.

ງານວິໄຈໄດ້ເຜີຍແຜ່ໃນເວັບໄຊ້ MedRxiv ແຕ່ຍັງບໍ່ໄດ້ຮັບການພິຈາລະນາຈາກຜູ້ຊ່ຽວຊານ (peer-reviewed) ຈາກການວິໄຈພົບວ່າ ຜູ້ທີ່ຕິດເຊື້ອສາຍພັນໂອໄມຄຣອນ ໂດຍສະເພາະຜູ້ທີ່ໄດ້ຮັບວັກຊີນແລ້ວ ມີພູມຄຸ້ມກັນທີ່ສາມາດຂ້າເຊື້ອໃນສາຍພັນເດລຕາເພີ່ມຂື້ນ.

ນອກຈາກຈະພົບວ່າພູມຄຸ້ມກັນທີ່ສາມາດຂ້າເຊື້ອຕໍໍ່ສາຍພັນໂອໄມຄຣອນເພີ່ມຂື້ນ 14 ເທົ່າຫຼັງເຂົ້າຮ່ວມການທົດລອງ 14 ມື້ແລ້ວຍັງພົບວ່າພູມຄຸ້ມກັນດັ່ງກ່າວມີປະສິດທິພາບຕໍ່ສາຍພັນເດລຕາເພີ່ມຂື້ນ 4.4 ເທົ່າ ສ່ວນການເພີ່ມຂຶ້ນຂອງພູມຄຸ້ມກັນຕໍ່ສາຍພັນເດລຕາໃນຜູ້ທີ່ຕິດເຊື້ອສາຍພັນໂອໄມຄຣອນອາດຫຼຸດໂອກາດທີ່ຜູ້ຄົນຈຳນວນນັ້ນຈະຕິດເຊື້ອສາຍພັນເດລຕາຊ້ຳອີກຄັ້ງໜຶ່ງ

ທັງນີ້ ການວິໄຈຂອງອາຟຣິກາໃຕ້ກ່ອນໜ້ານີ້ ພົບວ່າ ຜູ້ທີ່ຕິດເຊື້ອໂອໄມຄຣອນມີຄວາມສ່ຽງໃນການເຂົ້າຮັກສາໃນໂຮງໝໍ ຫຼື ອາການຮຸນແຮງນ້ອຍກວ່າເມື່ອທຽບໃສ່ສາຍພັນເດລຕາ ແຕ່ນັກວິໄຈບອກວ່າສ່ວນໜຶ່ງແມ່ນເປັນຍ້ອນປະຊາກອນສ່ວນໃຫຍ່ມີພູມຄຸ້ມກັນ

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...