spot_img
Homeຂ່າວຕ່າງປະເທດໜ້າກາກອະນາໄມແບບຜ້າ ບໍ່ສາມາດປ້ອງກັນໂຄວິດ-19 ໂອໄມຄຣອນໄດ້ ຕ້ອງໃຊ້ໜ້າກາກອະນາໄມທາງການແພດເທົ່ານັ້ນ

ໜ້າກາກອະນາໄມແບບຜ້າ ບໍ່ສາມາດປ້ອງກັນໂຄວິດ-19 ໂອໄມຄຣອນໄດ້ ຕ້ອງໃຊ້ໜ້າກາກອະນາໄມທາງການແພດເທົ່ານັ້ນ

Published on

ທ່ານ ລີນາ ເຫວິນ ໝໍສຸກເສີນ ແລະ ສາດສະດາຈານຮັບເຊີນຂອງວິທະຍາໄລສາທາລະສຸກມິລເຄິນ ແຫ່ງມະຫາວິທະຍາໄລຈອຈວໍຊິງຕັນ ໄດ້ເປີດເຜີຍວ່າ: ໜ້າກາກອະນາໄມແບບຜ້າແມ່ນບໍ່ມີປະໂຫຍດເມື່ອຕ້ອງຮັບມືກັບໂຄວິດ-19 ໂອໄມຄຣອນ ແລະ ແນະນໍາໃຫ້ໃຊ້ໜ້າກກາກອະນາໄມທາງການແພດແບບສາມຊັ້ນແທນ.

ທ່ານກ່າວວ່າ: “ໜ້າກາກຜ້າບໍ່ຕ່າງຫຍັງກັບເຄື່ອງປະດັບຢູ່ໜ້າຂອງເຮົາ ໜ້າກາກຜ້າບໍ່ມີປະສິດທິພາບໃນການປ້ອງກັນໂອໄມຄຣອນ ດັ່ງນັ້ນຕ້ອງໃສ່ໜ້າກາກອະນາໄມທີ່ມີຄຸນນະພາບສູງ ເປັນຕົ້ນແມ່ນໜ້າກາກອະນາໄມແພດແບບສາມຊັ້ນ ຫຼື ຖ້າຈະໃສ່ໜ້າກາກຜ້າຕ້ອງໃສ່ໜ້າກາກອະນາໄມແພດທັບຊ້ອນລົງໄປນໍາ ຫ້າມໃສ່ໜ້າກາກຜ້າພຽງຢ່າງດຽວ”

ສ່ວນທາງດ້ານ ທ່ານ ເອຣິນ ໂບເມຈ ຮອງສາດສະດາຈານດ້ານຊີວະວິທະຍາຈາກມະຫາວິທະຍາໄລແມສຊາຊູເສັສດາມັທ ໄດ້ອອກມາບອກວ່າ: “ພວກເຮົາຍັງບໍ່ຮູ້ວ່າເປັນຫຍັງເຊື້ອໂຄວິດ-19 ໂອໄມຄຣອນເຖິງສາມາດແຜ່ເຊື້ອໄດ້ໄວ ແຕ່ນັ້ນມັນກໍສະທ້ອນໃຫ້ເຮົາເຫັນເຖິວຄວາມສໍາຄັນຂອງໜ້າກາກອະນາໄມ”

ສ່ວນທາງການປະເທດການາດາໄດ້ແນະນໍາໃຫ້ປະຊາຊົນເຊົາໃຊ້ໜ້າກກາກອະນາໄມແບບຜ້າແບບຊັ້ນດຽວ ໂດຍທີ່ປຶກສາດ້ານວິທະຍາສາດຂອງປະເທດການາດາບອກວ່າ”ຖ້າຫາກເຈົ້າໃສ່ໜ້າກກາອະນາໄມຜ້າແບບຊັ້ນດຽວ ຄວາມສາມາດໃນການປ້ອງກັນແມ່ນໜ້ອຍຫຼາຍເຊິ່ງບໍ່ຕ່າງກັບເຮົາບໍ່ໄດ້ໃສ່ເລີຍ” ແຕ່ເຖິງຢ່າງໃດກໍຕາມ ເຖິງວ່າໜ້າກາກອະນາໄມທີ່ຈະກັ່ນຕອງເຊື້ອພະຍາດໄດ້ດີເທົ່າໃດກໍຕາມ ແຕ່ຖ້າພວກເຮົາບໍ່ໃຊ້ປິດປາກ ແລະ ດັງຢ່າງຖືກຕ້ອງກໍມີຄວາມສ່ຽງທີ່ຈະຕິດເຊື້ອ

ແຫຼ່ງຂ່າວ: Posttoday

ບົດຄວາມຫຼ້າສຸດ

ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​

ໄພສັງຄົມ! ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​ຄາດ​ວ່າ​ມີ​ຜູ້​ໂດຍສານ​ຍິງຖືກຂົ່ມຂືນກວ່າ 50 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ພຶດສະພາ 2025 ເຈົ້າໜ້າທີ່ຕໍາຫຼວດປະເທດຍີ່ປຸ່ນໄດ້ໃຫ້ຖະແຫຼງການວ່າ ສາມາດຈັບຊາຍຜູ້ຖືກຫາໃນຄະດີຂົ່ມຂືນ ຊື່ວ່າ:...

ໄທກຽມອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ

ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ 2025 ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ...

ລະທຶກ! ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​

ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​ບ້ານເຮືອນ​​ຫຼາຍ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແລະ ມີ​ຜູ້​ເສຍ​ຊີວິດ 3 ຄົນ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ພຶດສະພາ 2025 ເກີດເຫດເຮືອບິນສ່ວນຕົວ Cessna 550...

ຮັບຮອງແລ້ວ “ຕາແສງຊ້າງມີໄຊ” ຢູ່ທີ່ເມືອງໄຊທານີ ນວ ມີທັງໝົດ 23 ບ້ານ

ຮັບຮອງສ້າງຕັ້ງຕາແສງທຳອິດ ຂອງນະຄອນຫຼວງວຽງຈັນ ຢູ່ເມືອງໄຊທານີ ຊື່ວ່າ "ຕາແສງຊ້າງມີໄຊ" ມີ 23 ບ້ານ ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ...