spot_img
Homeຂ່າວຕ່າງປະເທດຈີນພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 52 ລາຍໃນເມືອງຊີອານ, ທາງການປະກາດລັອກດາວທັນທີ

ຈີນພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 52 ລາຍໃນເມືອງຊີອານ, ທາງການປະກາດລັອກດາວທັນທີ

Published on

ເວັບໄຊ ຊີເອັນເອັນ ລາຍງານ: ຈີນກວດພົບຍອດຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 52 ລາຍໃນເມືອງ ຊີອານ ເຊິ່ງຕັ້ງຢູ່ທາງພາກກາງຂອງຈີນ ໃນວັນທີ 22 ທັນວາ 2021 ຜ່ານມາ ເຮັດໃຫ້ທາງການຮີບຮ້ອນກຳນົດມາດຕາການລັອກດາວແບບເຂັ້ມງວດກັບຜູ້ຢູ່ອາໄສພາຍໃນເມືອງດັ່ງກ່າວ ຈຳນວນ 13 ລ້ານຄົນ.

ຊີອານ, ເມືອງບູຮານທີ່ຮູ້ຈັກກັນໃນລະດັບສາກົນວ່າເປັນໝູ່ບ້ານປະຕິມະກຳຂອງນັກຮົບດິນເຜົາອາຍຸ 2000 ປີ ກວດພົບຜູ້ຕິດເຊື້ອໂຄວິດລາຍທຳອິດທີ່ກ່ຽວຂ້ອງກັບການລະບາດຄັ້ງຫຼ້າສຸດ ທີ່ໂຮງແຮມກັກກັນແຫ່ງໜຶ່ງພາຍໃນເມືອງ ໃນວັນທີ 9 ທັນວາຜ່ານມາ ເຊິ່ງເຊື່ອກັນວ່າ ໄວຣັສໄດ້ແຜ່ລະບາດສູ່ຊຸມຊົນຜ່ານພະນັກງານໂຮງແຮມທີ່ຕິດເຊື້ອ ຂະນະທີ່ເຈົ້າໜ້າທີ່ເຊື່ອວ່າການຕິດເຊື້ອດັ່ງກ່າວ ເຊື່ອມໂຍງກັບຖ້ຽວບິນຂາເຂົ້າ ຈາກປາກິດສະຖານ ຄັ້ງວັນທີ 4 ທັນວາ ເຊິ່ງພົບວ່າມີຜູ້ໂດຍສານຢ່າງໜ້ອຍ 6 ຄົນຕິດເຊື້ອໂຄວິດສາຍພັນເດລຕ້າ ແຕ່ຍັງບໍ່ມີລາຍງານກ່ຽວກັບສາຍພັນໂອໄມຄຣອນໃນຊີອານ.

ປັດຈຸບັນ ເມືອງຊີອານຢູ່ພາຍໃຕ້ການລັອກດາວທີ່ເຂັ້ມງວດ ເຊິ່ງບໍ່ອະນຸຍາດໃຫ້ປະຊາຊົນອອກຈາກບ້ານເຮືອນຂອງຕົນ ຍົກເວັ້ນກໍລະນີສຸກເສີນ ແຕ່ກໍອະນຸຍາດສະມາຊິກພາຍໃນເຮືອນພຽງ 1 ຄົນອອກຕະຫຼາດໄດ້.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...