spot_img
Homeຂ່າວພາຍ​ໃນຄະນະສະເພາະກິດອອກແຈ້ງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ

ຄະນະສະເພາະກິດອອກແຈ້ງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ

Published on

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມພະຍາດ ແລະການແກ້ໄຂການລະບາດພະຍາດໂຄວິດ-19ໄດ້ອອກແຈ້ງການໃນວັນທີ 9 ທັນວາ 2021 ເລື່ອງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ ຢູ່ເຂດທີ່ມີການລະບາດຂອງພະຍາດ ໂຄວິດ-19 ໂດຍຈະເລີ່ມທົດລອງຢູ່ນະຄອນຫຼວງວຽງຈັນກ່ອນທຳການປະເມີນ ແລະຂະຫຍາຍໄປແຂວງອື່ນ.

ເນື່ອງຈາກການແຜ່ລະບາດຂອງໄວຣັສຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງການປິດໂຮງຮຽນດົນອາດສົ່ງຜົນກະທົບຕໍ່ການສຶກສາ ລວມທັງຈຳກັດໂອກາດທາງການສຶກສາຂອງເດັກ, ອາລົມຈິດ ແລະ ການພັດທະນາການຂອງເດັກ. ສະນັ້ນ, ເພື່ອຮັບປະກັນໃນການເປີດຮຽນຄືນຂອງສະຖານສຶກສາໃຫ້ມີຄວາມປອດໄພ, ບໍ່ໃຫ້ມີການຕິດເຊື້ອ ແລະແຜ່ລະບາດຂອງພະຍາດ ຈິ່ງຈຳເປັນຕ້ອງປະຕິບັດຕາມ 10 ມາດຕະການ ແລະ40 ຂໍ້ແນະນຳໃນການເປີດຮຽນຄືນໃນສະຖານສຶກສາທີ່ປອດໄພ.

ເງື່ອນໄຂຂອງສະຖານສຶກສາທີ່ສາມາດເປີດໄດ້ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ 70% ຂຶ້ນໄປ. ສ່ວນສະຖານທີ່ປະຕິບັດໄດ້ຫຼຸດ 70% ແມ່ນຈະມີການພິຈາລະນາເງື່ອນໄຂປະກອບອື່ນໆຕື່ມ ໂດຍສະເພາະສະພາບການລະບາດໃນຊຸມຊົນບໍ່ຫຼາຍ ລວມທັງຄວາມສາມາດໃນການຮັບມືຂອງຂະແໜງສາທາລະນະສຸກ ເຊິ່ງຈະມີການທົດລອງຢູ່ນະຄອນຫຼວງວຽງຈັນກ່ອນໃນເບື້ອງຕົ້ນ ພາຍຫຼັງສະຫຼຸບຖອດຖອນບົດຮຽນ ຈິ່ງຂະຫຍາຍໄປແຂວງອື່ນ

ເຂດທີ່ຈະເປີດໂຮງຮຽນໃໝ່ ຈະຕ້ອງມີຄວາມສາມາດທາງສາທາລະນະສຸກໃນການຮັບມື ກໍລະນີເກີດມີການແຜ່ລະບາດໃນຊຸມຊົນ ແລະບໍ່ໃຫ້ມີການຈຳແນກເງື່ອນໄຂລະຫວ່າງຜູ້ໄດ້ຮັບວັກຊີນໃນການປະເມີນສະຖານະການສຶກສາ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງຄວນຈັດການຮຽນ-ການສອນໃນຮູບແບບທີ່ເໝາະສົມສຳລັບຄອບຄົວທີ່ບໍ່ເຫັນດີໃຫ້ລູກຫຼານຕົນໄປໂຮງຮຽນ ຫຼື ກໍລະນີເດັກນ້ອຍມີພະຍາດປະຈຳຕົວ

ຂໍ້ແນະນຳສຳລັບການເປີດສະຖານການສຶກສາທີ່ປອດໄພໄລຍະຮັບມືກັບພະຍາດໂຄວິດ-19ສະບັບນີ້ ແມ່ນສາມາດນຳໃຊ້ກັບສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະເອກະຊົນທີ່ມີການລະບາດຂອງພະຍາດໂຄວິດໃນຊຸມຊົນໃນຂອບເຂດທົ່ວປະເທດ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...