spot_img
Homeຂ່າວຕ່າງປະເທດເຟສບຸກຖືກຮ້ອງຟ້ອງຄ່າເສຍຫາຍ ກໍລະນີສ້າງຄວາມກຽດຊັງຕໍ່ຊາວໂຣຮິງຍາ

ເຟສບຸກຖືກຮ້ອງຟ້ອງຄ່າເສຍຫາຍ ກໍລະນີສ້າງຄວາມກຽດຊັງຕໍ່ຊາວໂຣຮິງຍາ

Published on

ຜູ້ລີ້ໄພຊາວໂຣຮິງຍາໃນສະຫະລັດອາເມລິກາ ແລະ ອັງກິດ ໄດ້ຮວມກຸ່ມກັນຮ້ອງຟ້ອງເຟສບຸກ ເພື່ອຮຽກຮ້ອງຄ່າເສຍຫາຍປະມານ 1.5 ແສນລ້ານດອລລາ ຈາກກໍລະນີທີ່ເຟສບຸກບໍ່ຍອມລົບໂພສທີ່ກ່ຽວກັບການສ້າງຄວາມກຽດຊັງ ຫຼື Hate Speech ເຊິ່ງຖືເປັນສ່ວນໜຶ່ງທີ່ເຮັດໃຫ້ເກີດການຂ້າລ້າງເຜົ່າພັນຊາວໂຣຮິງຍາໃນປະເທດມຽນມາ.

ໂດຍເອກະສານການຮ້ອງຟ້ອງທີ່ຍື່ນຕໍ່ສານນັ້ນໄດ້ລະບຸວ່າ: ເຟສບຸກຍອມແລກຊີວິດຂອງຊາວໂຣຮິງຍາເພື່ອໃຫ້ໄດ້ມາເຊິ່ງການເຈາະຕະຫຼາດໃນກຸ່ມປະເທດນ້ອຍໆ (ມຽນມາ) ໃນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງໃນທ້າຍທີ່ສຸດເຟສບຸກເອງກໍບໍ່ໄດ້ຫຍັງຈາກມຽນມາ ແຕ່ຊາວໂຣຮິງຍາພັດຕ້ອງປະເຊີນກັບຜົນກະທົບຫຼາຍທີ່ສຸດ ເຖິງຢ່າງນັ້ນກໍຕາມເຖິງແມ່ນວ່າເຟສບຸກຈະຮູ້ເລື່ອງນີ້ ແລະ ມີເຄື່ອງມືໃນການແກ້ໄຂ ແຕ່ກໍຍັງເພິກເສຍຕໍ່ກັບເຫດການດັ່ງກ່າວ.

ຂໍ້ກ່າວຫາທີ່ຟ້ອງຮ້ອງຕໍ່ສານແມ່ນໄດ້ແກ່:

  1. ການເຜີຍແຜ່ຂອງເຟສບຸກຊ່ວຍແຜ່ກະຈາຍໂພສທີ່ສ້າງຄວາມກຽດຊັງຕໍ່ຊາວໂຣຮິງຍາ
  2. ເຟສບຸກບໍ່ຍອມລົງທຶນຈ້າງນັກກວດສອບຂໍ້ເທັດຈິງໃນມຽນມາທີ່ເຂົ້າໃຈສະຖານນະການການເມືອງເປັນຢ່າງດີ
  3. ເຟສບຸກບໍ່ຍອມລົບໂພສ ແລະ ບັນຊີທີ່ປຸກລະດົມ ແລະ ບັນຊີທີ່ປຸຫລະດົມຄວາມກຽດຊັງຕໍ່ກັບຊາວໂຣຮິງຍາ
  4. ເຟສບຸກບໍ່ໄດ້ມີມາດຕະການອອກມາຢ່າງເໝາະສົມ ແລະ ທັນເວລາ ເຖິງແມ່ນວ່າຈະມີຄໍາເຕືອນຈາກອົງກອນ ແລະ ສື່ສໍານັກຂ່າວຕ່າງໆກໍຕາມ

ແລະ ທາງເຟສບຸກຍັງບໍ່ໄດ້ອອກມາໂຕ້ຕອບໃດໆກັບຂໍ້ກ່າວຫາດັ່ງກ່າວ.

ແຫຼ່ງຂ່າວ: Thematter 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...