spot_img
Homeຂ່າວຕ່າງປະເທດຄົ້ນພົບໂຄວິດສາຍພັນໃໝ່ ທີ່ຮຸນແຮງກວ່າສາຍພັນອື່ນໆ

ຄົ້ນພົບໂຄວິດສາຍພັນໃໝ່ ທີ່ຮຸນແຮງກວ່າສາຍພັນອື່ນໆ

Published on

ໃນວັນທີ 26 ພະຈິກ 2021 ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ນັກວິທະຍາສາດໃນທົ່ວໂລກກໍາລັງວິຕົກກັງວົນກ່ຽວກັບການພົບໃໝ່ຂອງເຊື້ອໂຄວິດ-19 ສາຍພັນໃໝ່ທີ່ມີຊື່ທາງວິທະຍາສາດວ່າ B.1.1.529 ຈາກທະວີບອາຟຣິກາ ຫຼັງຈາກທີ່ພົບວ່າເຊື້ອໂຄວິດ-19 ສາຍພັນໃໝ່ນີ້ຖືເປັນເຊື້ອໂຄວິດ-19 ໂຕໃໝ່ທີ່ຮ້າຍແຮງທີ່ສຸດເທົ່າທີ່ເຄີຍພົບເຫັນ ເນື່ອງຈາກວ່າມັນມີການກາຍພັນຫຼາຍກວ່າ 30 ຕໍາແໜ່ງ ຈົນຖືກເອີ້ນວ່າ Super-mutant Covid-19 ຫຼື ເຊື້ອໂຄວິດ-19 ຊູບເປີກາຍພັນ.

ທາງດ້ານຜູ້ຊ່ຽວຊານດ້ານໄວຣັສວິທະຍາໄດ້ອະທິບາຍວ່າ ເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ ມີການກາຍພັນຫຼາຍກວ່າ 30 ຕໍາແໜ່ງ ລວມທັງຍັງເກີດການກາຍພັນທີ່ມີໂປຣຕີນໜາມທີ່ເຮັດໃຫ້ເຊື້ອໂຄວິດ-19 ແຜ່ຂະຫຍາຍໃນຈຸລັງຮ່າງກາຍຂອງມະນຸດກ່ອນທີ່ຈະຕິດເຊື້ອ ເຊິ່ງການກາຍພັນຂອງເຊື້ອໂຄວິດ-19 ສາຍພັນໃໝ່ ຖືເປັນການກາຍພັນຫຼາຍທີ່ສຸດເທົ່າທີ່ເຄີຍເກີດຂຶ້ນ  ແລະ ຫຼາຍກວ່າສາຍພັນເດລຕາເຖິງ 2 ເທົ່າ ຈຶ່ງຄາດຄະເນວ່າເຊື້ອໂຄວິດ-19 ສາຍພັນ B.1.1.529 ສາມາດຫຼົບຫຼີກວັກຊີນໄດ້ດີຂຶ້ນ ແລະ ແຜ່ກະຈາຍການຕິດເຊື້ອໄດ້ຫຼາຍກວ່າສາຍພັນອື່ນທີ່ຜ່ານມາ ແລະ ສິ່ງທີ່ຕ້ອງກັງວົນອີກຢ່າງໜຶ່ງກໍຄືຕອນນີ້ໃນປະເທດອາຟຣິກາໃຕ້ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໃໝ່ເພີ່ມໄວຂຶ້ນແບບກະໂດດຂັ້ນ ແລະ ຄາດວ່າອົງການອະນາໄມໂລກ WHO ຈະຕັ້ງຊື່ໂຄວິດສາຍພັນໃໝ່ນີ້ວ່າ Nu.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...