spot_img
Homeຂ່າວຕ່າງປະເທດເກີດການປະທ້ວງຄັ້ງໃຫຍ່ໃນເອີຣົບຫຼັງລັດຖະບານອອກຂໍ້ຈຳກັດໃໝ່ເລື່ອງໂຄວິດ-19

ເກີດການປະທ້ວງຄັ້ງໃຫຍ່ໃນເອີຣົບຫຼັງລັດຖະບານອອກຂໍ້ຈຳກັດໃໝ່ເລື່ອງໂຄວິດ-19

Published on

ປະຊາຊົນຫຼາຍຫຼາຍພັນໃນບັນດາປະເທດເອີຣົບເຊັ່ນ ເບວຢ້ຽມ, ເນເທີແລນ, ໂອຕຣິດ, ໂຄເອເຊຍ, ອີຕາລີ ແລະອື່ນໆ ໄດ້ອອກມາປະທ້ວງເພື່ອຕໍ່ຕ້ານລັດຖະບານກ່ຽວກັບການອອກມາດຕະການໃໝ່ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ແຫຼ່ງຂ່າວ ບີບີຊີ ລາຍງານ: ໃນທ້າຍອາທິດຜ່ານມາ, ຜູ້ຄົນຫຼາຍສິບພັນໄດ້ເດີນຂະບວນປະທ້ວງໃນນະຄອນຫຼວງຂອງເບວຢ້ຽມ ເນື່ອງຈາກບໍ່ເຫັນດີກັບການທີ່ຕ້ອງສະແດງບັດສັກຢາປ້ອງກັນໂຄວິດກ່ອນເຂົ້າໄປໃນສະຖານທີ່ບໍລິການຕ່າງໆ ໂດຍອ້າງວ່າ ເປັນການກີດກັ້ນຜູ້ບໍ່ໄດ້ຮັບວັກຊີນໃນການເຂົ້າເຖິງການບໍລິການທີ່ເທົ່າທຽມກັນ ເຊິ່ງເຫດການນີ້ເກີດຂຶ້ນ ພາຍຫຼັງການປະທ້ວງຄັ້ງໃໝ່ໃນ ເນເທີແລນ ທີ່ຕໍ່ຕ້ານມາດຕະການປິດເມືອງ ຂະນະທີ່ຜູ້ປະທ້ວງຫຼາຍພັນຄົນໃນ ໂອຕຣິດ, ໂຄເອເຊຍ ແລະ ອີຕາລີ ກໍພາກັນອອກມາອັ່ງອໍຕາມຖະໜົນ ທ່າມກາງຄວາມຕຶງຄຽດທີ່ເພີ່ມທະວີຂຶ້້ນເໜືອຂໍ້ຈຳກັດໃໝ່. ຢ່າງໃດກໍຕາມ, ຍັງບໍ່ມີລາຍງານຄວາມເສຍຫາຍໃດໆ ລວມທັງຈຳນວນຜູ້ບາດເຈັບ ຫຼື ເສຍຊີວິດຈາກເຫດການປະທ້ວງຄັ້ງນີ້.

ປັດຈຸບັນລັດຖະບານຫຼາຍປະເທດໃນເອີຣົບ ກຳລັງອອກຂໍ້ຈຳກັດໃໝ່ ເພື່ອພະຍາຍາມຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ ຂະນະທີ່ຈຳນວນຜູ້ຕິດເຊື້ອລາຍວັນໃນປະເທດດັ່ງກ່າວກໍເພີ່ມສູງຂຶ້ນເປັນປະຫວັດການ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...