spot_img
Homeຂ່າວພາຍ​ໃນລັດຖະບານຕົກລົງບໍ່ຂາຍຮຸ້ນທະນາຄານການຄ້າໃຫ້ພາກສ່ວນອື່ນ

ລັດຖະບານຕົກລົງບໍ່ຂາຍຮຸ້ນທະນາຄານການຄ້າໃຫ້ພາກສ່ວນອື່ນ

Published on

ລັດຖະບານຕົກລົງບໍ່ຂາຍຮຸ້ນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 51% ທີ່ກະຊວງການເງິນຖືຄອງຢູ່ໃຫ້ແກ່ບໍລິສັດພູສີກຣຸບ ຈຳກັດ ເນື່ອງຈາກທະນາຄານການຄ້າເປັນທະນາຄານທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບທີ່ມີການເຄື່ອນໄຫວຢ່າງໂປ່ງໃສ ແລະມີສະພາບຄ່ອງທາງການເງິນໃນລະດັບດີ.

ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນວັນທີ 17 ພະຈິກ 2021 ກ່ຽວກັບຜົນການຄົ້ນຄວ້າສະເໜີຂໍຊື້ຮຸ້ນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 51% ທີ່ກະຊວງການເງິນຖືຄອງຢູ່ ຂອງບໍລິສັດພູສີກຣຸບ ຈຳກັດ ໂດຍອີງຕາມການຄົ້ນຄວ້າຂອງກະຊວງການເງິນ ແລະທະນາຄານແຫ່ງ ສປປ ລາວ ເຫັນວ່າ ທະນາຄານການຄ້າເປັນທະນາຄານທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບທີ່ມີການເຄື່ອນໄຫວຢ່າງໂປ່ງໃສ ແລະມີສະພາບຄ່ອງທາງການເງິນໃນລະດັບດີ. ສະນັ້ນ, ຈິ່ງບໍ່ເຫັນດີຂາຍຮຸ້ນຂອງລັດຖະບານໃນທະນາຄານດັ່ງກ່າວໃຫ້ກັບພາກສ່ວນອື່ນໆ.

ລັດຖະບານໄດ້ມອບໃຫ້ກະຊວງການເງິນເປັນໃຈກາງສົມທົບກັບທະນາຄານກາງແຫ່ງ ສປປ ລາວ ສືບຕໍ່ພັດທະນາການດຳເນີນທຸລະກິດ ຂອງທະນາຄານການຄ້າຕ່າງປະເທດໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...