spot_img
Homeຂ່າວພາຍ​ໃນສະມາຊິກສະພາແຫ່ງຊາດ ຢ້ຽມຢາມ ແລະ ທົດລອງຂີ່ລົດໄຟ ຂະບວນລ້ານຊ້າງ

ສະມາຊິກສະພາແຫ່ງຊາດ ຢ້ຽມຢາມ ແລະ ທົດລອງຂີ່ລົດໄຟ ຂະບວນລ້ານຊ້າງ

Published on

ພາຍຫຼັງສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ໃນຕອນເຊົ້າວັນທີ ວັນທີ 17 ພະຈິກ 2021 ນີ້, ຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເດີນທາງໄປຢ້ຽມຢາມໂຄງການລົດໄຟລາວ-ຈີນ.

ໃນໂອກາດນີ້, ຄະນະຜູ້ແທນດັ່ງກ່າວໄດ້ຢ້ຽມຢາມ ແລະ ທົດລອງຂີ່ລົດໄຟຂະບວນລ້ານຊ້າງ ຈາກສະຖານີນະຄອນຫຼວງວຽງຈັນ ເຖິງສະຖານີວັງວຽງ ແຂວງວຽງຈັນ ໂດຍມີ ທ່ານ ຄໍາພັນ ສິດ ທິດໍາພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍການນໍາຂອງແຂວງໃຫ້ການຕ້ອນຮັບ.

ສະຖານີລົດໄຟວັງວຽງຕັ້ງຢູ່ບ້ານພູດິນແດງ, ເມືອງວັງວຽງ, ລາວ ເຊິ່ງເນື້ອທີ່ກໍ່ສ້າງມີລວມທັງໝົດປະມານ 5.000 ຕາແມັດ, ສາມາດຮອງຮັບໄດ້ 600 ຄົນຫຼາຍທີ່ສຸດ. ປັດຈຸບັນ, ສະຖານີລົດໄຟແຫ່ງນີ້ ໄດ້ເລີ່ມກວດຮັບແລ້ວ ແລະ ກຳລັງກະກຽມວຽກງານການທົດລອງແບບປະສານກັນຕາມພາຍຫຼັງ, ຄາດວ່າຈະເປີດການບໍລິການ ໃນເດືອນທັນວາປີນີ້.

ສໍາລັບທາງລົດໄຟລາວ-ຈີນ ແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນມາສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,6 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສະເພາະໄລຍະເວລາການກວດກາເຕັກນິກເຄື່ອນທີ່ນັ້ນ, ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລ ແມັດຕໍ່ຊົ່ວໂມງ ແລະ ຄ່ອຍຍົກລະດັບຄວາມໄວຂຶ້ນຕາມການອອກແບບ ຈົນຮອດຄວາມໄວສູງສຸດ 176 ກິໂລ ແມັດຕໍ່ຊົ່ວໂມງ. ສະເພາະ ລົດໄຟຂະບວນລ້ານຊ້າງ, ມີທັງໝົດ 9 ຕູ້, ເຊິ່ງລວມມີ: ຕູ້ລົດ ໄຟທີ່ຂັບເຄື່ອນໄດ້ເອງ 1 ຕູ້, ຕູ້ລົດໂດຍສານຊັ້ນ 1 ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ລົດໂດຍສານຊັ້ນສອງ 6 ຕູ້, ທັງໝົດສາມາດບັນຈຸໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີສະຖານີລົດໄຟທັງໝົດ 33 ສະຖານີ. ໃນນີ້, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ແຫ່ງ, ສະຖານີສິນຄ້າສະເພາະ 1 ແຫ່ງຢູ່ນະຄອນຫລວງວຽງຈັນ ເຊີ່ງຕາມແຜນການ.ຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021.

ແຫຼງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...