spot_img
Homeຂ່າວພາຍ​ໃນNASA ຕື່ນ ດາວພະຫັດມີຕາ

NASA ຕື່ນ ດາວພະຫັດມີຕາ

Published on

nasa_2

ວັນທີ 28 ຕຸລາ 2014 ທີ່ຜ່ານມາ ເວັບໄຊດິສຄັບເວີຣີ່ ເຜີຍແຜ່ຮູບພາບທີ່ສຸດຕື່ນຕາຕື່ນໃຈ ທີ່ດວງຈັນກຳລັງເຄື່ອນທີ່ຜ່ານບໍລິເວັນຈິດແດງໃຫຍ່ພໍດີ ເຮັດໃຫ້ປາກົດຮູບພາບຄ້າຍຄືກັບດາວພະຫັດມີດວງຕາ ເບິ່ງມາທີ່ກ້ອງໂທລະທັດຮັບເບີນຈັ່ງໃດກໍຈັ່ງຊັ້ນ.
ພາບດັ່ງກ່າວບັນທຶກໄດ້ຕັ້ງແຕ່ວັນທີ 21 ສິງຫາ 2014 ທີ່ຜ່ານມາ ໂດຍກ້ອງໂທລະທັດຮັບເບິນຂອງອົການນາຊ່າ ສະແດງພາບຂະນະທີ່ດວງຈັນແກນິມີດດວງຈັນບໍລິວານທີ່ໃຫຍ່ທີ່ສຸດຂອງດາວພະຫັດ ກຳລັງໂຄຈອນທອດເງົາຢູ່ເໜືອຈຸດແດງໃຫຍ່ ເຊິ່ງເປັນພາຍຸຂະໜາດໃຫຍ່ທີ່ໝຸນປິ່ນຢູ່ບໍ່ມີວັນຈັບສິ້ນເທິງດາວພະຫັດ ແບບທີ່ເອີ້ນວ່າພໍດິບພໍດີ ເຮັດໃຫ້ຮູບພາບວິນາທີນີ້ ຄ້າຍຄືກັບວ່າດາວພະຫັດມີດວງຕາໄຊຄລອບນັ້ນເອງ.
ທັງນີ້ ສຳລັບພາຍຸເທິງດາວພະຫັດນີ້ ເປັນພາຍຸຂະໜາດໃຫຍ່ກວ່າໂລກເຖິງ 3 ເທົ່າ ໝຸນກົງກັນຂ້າມກັບເຂັມໂມງໄປເລື້ອຍໆ ບໍ່ສິ້ນສຸດ ດ້ວຍຄວາມໄວ 400 ກິໂລແມັດຕໍ່ຊົ່ວໂມງ ພາຍຸຫົວນີ້ຖືກຄົ້ນພົບເທື່ອທຳອິດເມື່ອປີ 1665 ໂດຍທ່ານກິອັນ ໂດເມນິໂກ ຄາສຊິນີ ນັກດາລາສາດຊາວອິຕາລີ່ ແລະປັດຈຸບັນກໍຍັງປາກົດໃຫ້ເຫັນບໍ່ມີການປ່ຽນແປງໄປ ຄາດວ່າມັນອາດຈະໝຸນປິ່ນຢູ່ແບບນີ້ມາຕັ້້ງແຕ່ກາລະອັນຍາວນານມາແລ້ວ.

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...