spot_img
Homeຂ່າວຕ່າງປະເທດນັກໂທດລາວໂຕນອອກຈາກຄ້າຍຄຸມຂັງ ໃນກຳປູເຈຍ

ນັກໂທດລາວໂຕນອອກຈາກຄ້າຍຄຸມຂັງ ໃນກຳປູເຈຍ

Published on

ນັກໂທດ 7 ຄົນ ໃນຄ້າຍຄຸມຂັງ ແຂວງສະຕືງແຕງ (Stung Treng Province) ໃນປະເທດກຳປູເຈຍ ໄດ້ໂຕນໜີຈາກຄ້າຍຄຸມຂັງ ດ້ວຍການທຸບກຳແພງ. ເຊິ່ງນັກໂທດທັງ 7 ທີ່ຫຼົບໜີແມ່ນ ມີຄົນລາວ 4 ຄົນ ແລະ ຄົນກຳປູເຈຍ 3 ຄົນ.

ເຫດການເກີດຂຶ້ນ ໃນເວລາ 3:00 ໂມງ ຂອງວັນຈັນ (01/11/2021) ທີ່ຜ່ານມາ, ຕາມການລາຍງານຂອງ Khmer Times ໃຫ້ຮູ້ວ່າ: ຫຼັງຈາກທີ່ນັກໂທດທຸບກຳແພງໂຕນໜີ ພວກເຂົາໄດ້ລັກເອົາເຮືອ ແລະ ຂ້າມນໍ້າຂອງໄປໃນເຂດບ້ານທີ່ໃກ້ຄຽງ.

ເຈົ້າໜ້າທີ່ກຳປູເຈຍເຊື່ອວ່າ: ນັກໂທດທັງ 7 ຄົນ ກຳລັງເດີນທາງໄປປະເທດລາວ.

ໂຄສົກປະຈຳແຂວງເມັນກຸງ (Men Kung) ໄດ້ກ່າວກັບສຳນັກຂ່າວ Khmer Times ວ່າ: ເຈົ້າໜ້າທີ່ຕຳຫຼວດພວມຮ່ວມມືກັບເຈົ້າໜ້າທີ່ໃນຄ່າຍຄຸມຂັງໃນການຄົ້ນຫານັກໂທດທີ່ຫຼົບໜີ.

ມີພະຍານຄົນໜຶ່ງ ທີ່ອາໄສຢູ່ໃນບ້ານທ້ອງຖິ່ນ ໄດ້ບອກວ່າ: ເວລາປະມານ 04:00 ໂມງ ຂອງວັນຈັນ ລາວໄດ້ເຫັນຊາຍ 7 ຄົນ ບໍ່ໃສ່ເສື້ອ ແລະ ຕົນໂຕປຽກ

ພວກເຂົາຂໍຊື້ເກີບນຳລາວ ແຕ່ເມື່ອລາວບອກວ່າບໍ່ມີ ພວກເຂົາທັງ 7 ກໍໄດ້ຢ່າງຫາຍໄປ.

ພ້ອມນີ້, ເຈົ້າໜ້າທີ່ຍັງເຊື່ອວ່າ: ຫົວໜ້າກຸ່ມໂຕນຄຸກຫຼົບໜີໃນເທື່ອນີ້ ມີຊື້ວ່າ: ແຈັກກີ້ ເຈີທາລີ (Jakky Seutaly) ເຊິ່ງເປັນນັກໂທດຖືກຕັດສິນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາລັກລອບຂົນສົ່ງຢາເສບຕິດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...