spot_img
Homeຂ່າວຕ່າງປະເທດນັກວິເຄາະຊີ້ໃຫ້ເຫັນວ່າ ອຸນຫະພູມຂອງໂລກມີແນວໂນ້ມທີ່ຈະເພີ່ມສູງຂຶ້ນ ອາດຈະເປັນອັນຕະລາຍຕໍ່ກັບສິ່ງມີຊີວິດໃນໂລກ

ນັກວິເຄາະຊີ້ໃຫ້ເຫັນວ່າ ອຸນຫະພູມຂອງໂລກມີແນວໂນ້ມທີ່ຈະເພີ່ມສູງຂຶ້ນ ອາດຈະເປັນອັນຕະລາຍຕໍ່ກັບສິ່ງມີຊີວິດໃນໂລກ

Published on

ນັກວິເຄາະໄດ້ປະເມີນວ່າ ຄໍາສັນຍາຂອງບັນດາຜູ້ນໍາໂລກທີ່ເຂົ້າຮ່ວມໃນການປຶກສາຫາລື ຫຼື ການແກ້ໄຂບັນຫາພາວະໂລກຮ້ອນພາຍໃນທົດສະວັດນີ້ ອາດຈະເຮັດໃຫ້ອຸນຫະພູມຂອງໂລກເພີ່ມຂຶ້ນປະມານ 2.4 ອົງສາ ເຊິ່ງສູງກວ່າລະດັບທີ່ມີຄວາມປອດໄພຕໍ່ກັບສິ່ງທີ່ມີຊີວິດຢູ່ໃນໂລກນີ້.

ກຸ່ມນັກວິເຄາະອິດສະຫຼະທີ່ມີຊື່ວ່າ  Climate Action Tracker (CAT) ໄດ້ອອກມາເປີດເຜີຍໃນວັນອັງຄານທີ່ຜ່ານມາວ່າ ຄໍາສັນຍາຂອງບັນດາປະເທດຕ່າງໆທີ່ເຂົ້າຮ່ວມການປະຊຸມ COP26 ທີ່ເມືອງກາສໂກ ປະເທດ ສະກັອດແລນ ວ່າຈະຫຼຸດການປ່ອຍກາສເຮືອນແກ້ວລົງພາຍໃນປີ 2030 ນັ້ນ ບໍ່ໄດ້ສົ່ງຜົນດີຕໍ່ກັບຄວາມພະຍາມທີ່ຈະປ່ຽນແປງສະພາບພູມອາກາດຂອງໂລກໄດ້ທັນ ເພາະອຸນຫະພູມຂອງໂລກມີແນວໂນ້ມທີ່ຈະເພີ່ມສູງຂຶ້ນກວ່າລະດັບທີ່ອົງການສະຫະປະຊາຊາດຕັ້ງເປົ້າໝາຍໄວ້ໃນປີ 2100 ແລ້ວ. 

ກຸ່ມ CAT ໄດ້ລະບຸວ່າ ເຖິງແມ່ນວ່າຜູ້ນໍາລະດັບໂລກຈະໃຫ້ຄໍາສັນຍາໃນການຫຼຸດຜ່ອນການປ່ອຍການສເຮືອນແກ້ວໃນປີ 2030 ແຕ່ຈາກການປະເມີນລ່າສຸດໄດ້ສະແດງໃຫ້ເຫັນວ່າ ປະລິມານກາສເຮືອນແກ້ວທີ່ປ່ອຍອອກມາຈາກທົ່ວໂລກໃນປີດັ່ງກ່າວນັ້ນອາດຈະສູງຂຶ້ນກວ່າເປົ້າໝາຍຂອງຄວບຄຸມທີ່ວ່າດ້ວຍການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1.5 ອົງສາ.

ດ້ວຍເຫດນີ້ກຸ່ມນັກວິເຄາະ CAT ຈຶ່ງໄດ້ຮຽກຮ້ອງໃຫ້ບັນດາລັດຖະບານໃນທົ່ວໂລກພິຈາລະນາປັບປ່ຽນເປົ້າໝາຍການປ່ອຍກາສເຮືອນແກ້ວຢ່າງຮີບດ່ວນ ແລະ ເພື່ອໃຫ້ທົ່ວໂລກສາມາດບັນລຸເປົ້າໝາຍການຄວບຄຸມການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1.5 ອົງສາ ຈະຕ້ອງມີການຫຼຸດການປ່ອຍກາສເຮືອນແກ້ວໃນທົ່ວໂລກຕ້ອງໃຫ້ໄດ້ 45% ພາຍໃນປີ 2030 ແລະ ຕ້ອງປະສົບຜົນສໍາເລັດກັບເປົ້າໝາຍການດໍາເນີນການຫຼຸດການປ່ອບກາສເຮືອນແກ້ວໃຫ້ເປັນສູນພາຍໃນປີ 2050 ອີກດ້ວຍ.

ແຫຼ່ງຂ່າວ: voathai

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...