spot_img
Homeຂ່າວຕ່າງປະເທດຊາຍອາຍຸ 36 ປີ ລັກພາຕົວເດັກນ້ອຍອາຍຸ 4 ປີ ເປັນເວລາ 18 ມື້ ຍ້ອນມັກຮັກໃນຕຸກກະຕາ

ຊາຍອາຍຸ 36 ປີ ລັກພາຕົວເດັກນ້ອຍອາຍຸ 4 ປີ ເປັນເວລາ 18 ມື້ ຍ້ອນມັກຮັກໃນຕຸກກະຕາ

Published on

ວັນທີ 3 ພະຈິກ 2021 ສໍານັກຂ່າວຕ່າງປະເທດຫຼາຍແຫ່ງ ລາຍງານຂ່າວກ່ຽວກັບ ເດັກນ້ອຍອາຍຸ 4 ປີ ທີ່ມີຊື່ວ່າ Cleo Smith, ເດັກນ້ອຍຜູ້ຍິງຊາວອົດສະຕຣາລີ ທີ່ຫາຍຕົວໄປ 18 ມື້ກ່ອນ. ໃນທີ່ສຸດ ຕຳຫຼວດອົດສະຕຣາລີກໍສືບພົບ Cleo Smith ຢູ່ເຮືອນຫຼັງໜຶ່ງ ໃນ​ເມືອງ Carnarvon ເຊິ່ງ​ເປັນ​ຕົວ​ເມືອງ​ຊົນ​ນະ​ບົດ​ ໃນ​ປະ​ເທດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ​, ໂດຍ Cleo Smith ແມ່ນປອດໄພ ຫຼັງຈາກໄດ້ຖືກຄົນຮ້າຍລັກພາຕົວໄປ ເປັນເວລາ 18 ມື້

ຊາຍຄົນຮ້າຍດັ່ງກ່າວ​ມີຊື່ວ່າ Terry Kelly ​ອາຍຸ 36 ປີ ເປັນຄົນຊົນ​ເຜົ່າ​ພື້ນ​ເມືອງ. ຂະນະ​ນີ້​ຢູ່​ໃນ​ການ​ກັກ​ຂັງ, ຄາດ​ວ່າ​ຈະ​ຖືກ​ຕຳຫຼວດ​ດຳ​ເນີນ​ຄະດີ​ໃນ​ໄວໆ​ນີ້. Terry Kelly ໄດ້​ຖືກ​ຈັບ​ກຸມ​ຫຼັງ​ຈາກ​ຕຳຫຼວດ​ພົບ Cleo Smith ຢູ່​ຄົນ​ດຽວ​ໃນເຮືອນ​ຫຼັງ​ໜຶ່ງ​ໃນ​ເມືອງ Carnarvon ປະມານ 3 ກິ​ໂລ​ແມັດ​ ຫ່າງຈາກ​ບ້ານ​ຂອງ​ຄອບຄົວ Cleo Smith ​

ສໍານັກຂ່າວບາງແຫ່ງ ໄດ້ຂຸດຄົ້ນຂໍ້ມູນສ່ວນຕົວຂອງ Terry Kelly ແລະ ພົບຂໍ້ມູນວ່າຊາຍຄົນດັ່ງກ່າວ ມີບັນຊີອອນລາຍຊົນຫຼາຍອັນ, Terry Kelly ອ້າງວ່າມີຄວາມຫຼົງໄຫຼກັບ Bratz Dolls (Bratz Dolls ຈາກການອອກແບບ Isaac Larian ພາຍໃຕ້ໃບອະນຸຍາດຈາກ MGA Entertainment). ສໍານັກຂ່າວ ໄດ້ເຜີຍແຜ່ຮູບພາບຫ້ອງນອນຂອງ Terry Kelly ທີ່ເຕັມໄປດ້ວຍຕຸກກະຕາ, ເຊິ່ງຫ້ອງດັ່ງກ່າວ ກໍບໍ່ມີໃຜຮູ້ວ່າມັນຕັ້ງຢູ່ໃສ ສັນນິຖານວ່າ ອາດຈະເປັຮຫ້ອງທີ່ມີໃນບ້ານທີ່ Cleo Smith ຖືກລັກພາຕົວໄປ ຈາກການສອບຖາມ ບ້ານໃກ້ເຮືອນຄຽງ ແລະ ໝູ່ເພື່ອນຂອງ Kelly ກ່າວວ່າ ບໍ່ຮູ້ຫຍັງຫຼາຍກ່ຽວກັບຊີວິດສ່ວນຕົວຂອງ Kelly, ລວມທັງເລື່ອງທີ່ລາວມີລູກເປັນຂອງຕົນເອງ ຫຼື ບໍ່.

 

ຕຳຫຼວດກ່າວວ່າ ໃນຂະນະທີ່ບຸກເຂົ້າໄປໃນເຮືອນຢູ່ທີ່ຖະຫນົນ Tonkin Cres, ພວກເຂົາໄດ້ພົບເຫັນ Cleo ຢູ່ຄົນດຽວຢູ່ໃນເຮືອນ ແລະ ກໍາລັງນັ່ງຫຼີ້ນກັບຕຸກກະຕາຫຼາຍໂຕ. ກ້ອງ​ບັນທຶກວິດີໂອ​ຂອງ​ຕຳຫຼວດ​ເຜີຍ​ໃຫ້​ເຫັນ​ວ່າ Cleo ​ມີຜົມທີ່ສະອາດ ແລະເປັນຫວີເປັນລະບຽບຮຽບຮ້ອຍ, ໃສ່ຊຸດນອນໃໝ່ ແລະ ມີຄວາມສະອາດຮຽບຮ້ອຍ. ນີ້ເຮັດໃຫ້ການຄາດເດົາວ່າ Kelly ເບິ່ງແຍງ Cleo ແລະ ເບິ່ງແຍງຄືກັນກັບເປັນຕຸກກະຕາໂຕໜຶ່ງ.

ເພື່ອນບ້ານ ແລະ ໝູ່ສະໜິດຍັງໄດ້ກ່າວຕື່ມວ່າ Kelly ເປັນຄົນສຸພາບ, ບໍ່ຄ່ອຍມັກເວົ້າກັບໃຜ ສອງ​ອາທິດ​ທີ່​ຜ່ານ​ມາ​ເຫັນ​ລາວ​ຂັບ​ລົດ​ເຂົ້າ​​ອອກ ແລະ ມັກ​​ຍ່າງ​ເລາະ​ຕາມ​ເມືອງ​ເລື້ອຍໆ ໂດຍ​ສະ​ເພາະ​ແມ່ນ​ຢູ່​ອ້ອມ​ຂ້າງ​ຮ້ານຄ້າໃຫຍ່.

ທາງດ້ານຕໍາຫຼວດ Rod Wide ກ່າວວ່າ ຜົນກວດຮ່າງກາຍ ແລະ ຈິດໃຈຂອງ Cleo ຢູ່ທີ່ໂຮງໝໍແມ່ນມີຜົນກວດອອກມາເປັນທີ່ໜ້າພໍໃຈ ແລະ ບໍ່ໄດ້ມີຄວາມຜິດປົກກະຕິໃດໆ.

ແຫຼ່ງຂ່າວ: Jingjonews

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...