spot_img
Homeຂ່າວພາຍ​ໃນກະຊວງສາທາຈັບມືກັບບໍລິສັດຄອລທີວາ ລົງນາມກໍ່ສ້າງອາຄານທົດລອງພືດເປັນຢາ

ກະຊວງສາທາຈັບມືກັບບໍລິສັດຄອລທີວາ ລົງນາມກໍ່ສ້າງອາຄານທົດລອງພືດເປັນຢາ

Published on

ສະຖາບັນການແພດ ແລະ ການຢາພື້ນເມືອງ, ກະຊວງສາທາລະນະສຸກ ຮ່ວມກັບບໍລິສັດ ຄອລທີວາ ຈຳກັດ ເຊັນສັນຍາຮ່ວມມືສ້າງອາຄານທົດລອງເພື່ອສຶກສາ, ຄົ້ນຄວ້າ, ວິໄຈ ແລະ ຢັ້ງຢືນຄຸນນະພາບພືດເປັນຢາຂອງລາວ ແລະ ພືດປໍແກ້ວ.

ພິທີເຊັນສັນຍາຮ່ວມມືດັ່ງກ່າວຈັດຂຶ້ນໃນວັນທີ 1 ພະຈິກ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງ ທ່ານ ບຸນເລື່ອນ ດວງເດືອນ, ຫົວໜ້າສະຖາບັນການແພດ ແລະການຢາພື້ນເມືອງ ແລະ ທ່ານ ພອນສະຫວັນ ຟາມ, ປະທານບໍລິສັດ ຄອລທີວາ ຈຳກັດ, ມີທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍການນຳຂັ້ນສູງ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເລື່ອນ ດວງເດືອນ ກ່າວວ່າ: ການມີຫ້ອງທົດລອງທີ່ມີມາດຕະຖານຮັບຮອງຈາກສາກົນ ໂດຍສະເພາະກໍແມ່ນການຢັ້ງຢືນ ISO 17025 ແມ່ນຄວາມຫວັງຂອງກະຊວງສາທາລະນະສຸກ ເພື່ອໃຊ້ໃນວຽກງານຢັ້ງຢືນມາດຕະຖານຢາພື້ນເມືອງລາວ ເພື່ອຊ່ວຍທົດແທນການນຳເຂົ້າຢາຈາກຕ່າງປະເທດ, ທັງສາມາດຄົ້ນຄວ້າວິໄຈ ແລະເພື່ອປົກປ້ອງຜູ້ບໍລິໂພກ, ຊອກຮູ້ໄດ້ສານຕົກຄ້າງ, ສານເຄມີ, ຢາປາບສັດຕູພືດ ແລະອື່ນໆທີ່ສົ່ງຜົນກະທົບຕໍ່ສຸຂະພາບ.

ທ່ານກ່າວຕື່ມວ່າ: ບໍລິສັດ ຄອລທີວາ ເປັນຜູ້ລົງທຶນຝ່າຍດຽວໃສ່ຕຶກວິໄຈ 3 ຊັ້ນ ລວມທັງອຸປະກອນ, ເຄມີວິໄຈ, ເຄື່ອງວິໄຈ ແລະອື່ນໆ ຕະຫຼອດເຖິງຄ່າໃຊ້ຈ່າຍຕ່າງໆ ເຊັ່ນ ການບໍລິຫານໂຄງການຝຶກອົບຮົມ, ສ້າງວິຊາການນັກຄົ້ນຄວ້າໃຫ້ສະຖາບັນຈົນສາມາດວິໄຈໄດ້ຢ່າງສົມບູນ ຫຼື ຈົນກວ່າຈະສິ້ນສຸດໂຄງການໄລຍະ 20 ປີ ຂະນະທີ່ສະຖາບັນ ແມ່ນເປັນຜູ້ຕາງໜ້າພາກລັດ ໃນການປະກອບສ່ວນດ້ານສະຖານທີ່ ແລະຈັດຕັ້ງບຸກຄະລາກອນໃນການເຮັດວຽກຮ່ວມກັນໃຫ້ມີປະສິດທິຜົນ.

ຂໍ້ມູນຈາກ: ໜັງສືພິມ Vientiane Times

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...