spot_img
Homeຂ່າວຕ່າງປະເທດຈີນຮ່າງແຜນດຳເນີນງານວ່າດ້ວຍການປະຢັດອາຫານ

ຈີນຮ່າງແຜນດຳເນີນງານວ່າດ້ວຍການປະຢັດອາຫານ

Published on

ເວັບໄຊ Global Times ລາຍງານ: ລັດຖະບານຈີນໄດ້ຮ່າງແຜນດຳເນີນງານວ່າດ້ວຍການປະຢັດອາຫານ ເພື່ອສົ່ງເສີມການປະຕິບັດຕາມກົດໝາຍວ່າດ້ວຍການຕ້ານອາຫານເຫຼືອ ເຊິ່ງຖືກຮັບຮອງຢ່າງເປັນທາງການໃນເດືອນເມສາຜ່ານມາ ບົນພື້ນຖານການປ້ອງກັນປັນຫາການຂາດແຄນອາຫານໃນໂລກທີ່ອາດເກີດຂຶ້ນ.

ແຜນດຳເນີນງານດັ່ງກ່າວປະກອບມີຂໍ້ກຳນົດສະເພາະ 28 ມາດຕາ ເຊິ່ງໄດ້ຮຽກຮ້ອງໃຫ້ພາກທຸລະກິດບໍລິການຈັດງານລ້ຽງ ລວມທັງຮ້ານອາຫານຕ່າງໆເສີບອາຫານໃນປະລິມານທີ່ໜ້ອຍລົງ ພ້ອມແນະນຳລູກຄ້າໃນການສັ່ງຊື້ ແລະຕິດຕາມການສັ່ງຊື້ ແລະການບໍລິໂພກອາຫານເພື່ອຫຼີກລ້ຽງອາຫານເຫຼືອ ພ້ອມກັນນັ້ນກໍຈະມີການຈັດໝວດປະເພດອາຫານເຫຼືອເພື່ອສາມາດນຳໄປໃຊ້ຕໍ່ໄດ້ ໂດຍສະເພາະກໍແມ່ນອາຫານສັດ.

ປັດຈຸບັນລາຄາຜັກ ລວມທັງອາຫານປະເພດຕ່າງໆໃນປະເທດຈີນໄດ້ເພີ່ມສູງຂຶ້ນ ຂະນະທີ່ລາຄາອາຫານໃນທົ່ວໂລກກໍເພີ່ມຂຶ້ນເຊັ່ນກັນ ເຊິ່ງທະນາຄານໂລກລະບຸວ່າ ດັດຊະນີລາຄາສິນຄ້າກະສິກຳທົ່ວໂລກຍັງຢູ່ໃນລະດັບຄົງຕົວໃນໄຕມາດທີສາມຂອງປີນີ້ ແຕ່ກໍຍັງສູງກວ່າປີ 2020 ເຖິງ 25%.

ບົດຄວາມຫຼ້າສຸດ

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...