spot_img
Homeຂ່າວຕ່າງປະເທດຊຽງໄຮ້ດິສນີຣີສອດ ດັງຂ້າມຄືນກັບວິທີການຮັບມືໂຄວິດ-19 ໄດ້ໄວ ແລະຖືກຕ້ອງ!

ຊຽງໄຮ້ດິສນີຣີສອດ ດັງຂ້າມຄືນກັບວິທີການຮັບມືໂຄວິດ-19 ໄດ້ໄວ ແລະຖືກຕ້ອງ!

Published on

ເວັບໄຊ Global Times ລາຍງານ: ຊຽງໄຮ້ດິສນີຣີສອດ ຖືກພາດຫົວຂໍ້ຂ່າວໃຫຍ່ໃນໜ້າໜັງສືພິມທົ່ວປະເທດຈີນຫຼາຍສະບັບ ໃນຕອນເຊົ້າວັນຈັນຜ່ານມາ ເນື່ອງຈາກມີການຮັບມືກັບສະຖານະການສຸກເສີນຢ່າງໜ້າເຫຼືອເຊື່ອ ເມື່ອປະເຊີນກັບຄຳສັ່ງໃຫ້ກວດໂຄວິດ-19 ກະທັນຫັນ ເຊິ່ງການດຳເນີນການຂອງເມືອງຊຽງໄຮ້ຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງວິທີການປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ-19 ຂອງລັດຖະບານຈີນ.

ການເລັ່ງກວດຫາເຊື້ອໂຄວິດກະທັນຫັນເກີດຂຶ້ນເມື່ອມີລາຍງານວ່າ ມີຜູ້ຕິດເຊື້ອໂຄວິດລາຍໜຶ່ງເຂົ້າໄປທ່ຽວຊົມອຸທະຍານຊື່ດັງ “ຊຽງໄຮ້ດິສນີຣີສອດ” ເປັນເຫດເຮັດໃຫ້ສະຖານທີ່ທ່ອງທ່ຽວດັ່ງກ່າວຖືກປິດຊົ່ວຄາວໃນມື້ວັນທິດ ຂະນະທີ່ນັກທ່ອງທ່ຽວພ້ອມດ້ວຍພະນັກງານໃນອຸທິຍານແຫ່ງນີ້ຈຳນວນ 33 ພັນກວ່າຄົນ ຖືກສັ່ງໃຫ້ເຂົ້າກວດຫາເຊື້ອໂຄວິດທັງໝົດໂດຍດ່ວນເຊິ່ງໃຊ້ເວລາພຽງສອງສາມຊົ່ວໂມງ ແລະອີກ 66 ພັນກວ່າຄົນທີ່ມີສ່ວນກ່ຽວຂ້ອງກັບສະຖານທີ່ດັ່ງກ່າວກໍໄດ້ຮັບການກວດຫາເຊື້ອແບບເລັ່ງດ່ວນ, ຫຼັງຈາກຜ່ານໄປພຽງໜຶ່ງຄືນປາກົດວ່າຜົນກວດທັງໝົດອອກມາເປັນລົບ.

ບັນດາຜູ້ຊ່ຽວຊານຫຼາຍຝ່າຍຕ່າງກໍຕັ້ງຂໍ້ສັງເກດວ່າ ວິທີການນີ້ສາມາດນຳມາປະກອບໃຊ້ກັບວິທີການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງແມ່ນຢຳ ແລະຄົບຖ້ວນໃນປະເທດຈີນ ເຊິ່ງຊ່ວຍໃຫ້ລັດຖະບານສາມາດຕິດຕາມ ແລະຄວບຄຸມພະຍາດໄດ້ຢ່າງທັນເວລາ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...