spot_img
Homeຂ່າວຕ່າງປະເທດສາເຫດທີ່ລັດຖະປະຫານຊູດານເຂົ້າຍຶດອໍານາດ ຍ້ອນບໍ່ຕ້ອງການໃຫ້ມີການເກີດສົງຄາມກາງເມືອງໃນປະເທດ

ສາເຫດທີ່ລັດຖະປະຫານຊູດານເຂົ້າຍຶດອໍານາດ ຍ້ອນບໍ່ຕ້ອງການໃຫ້ມີການເກີດສົງຄາມກາງເມືອງໃນປະເທດ

Published on

ສໍານັກຂ່າວ BBC ລາຍງານວ່າ Abdel Fattah Al-Berhan ຜູ້ນໍາກໍ່ລັດຖະປະຫານໃນປະເທດຊູດານ ໄດ້ຈັດຖະແຫຼງການໃນວັນທີ 26 ຕຸລາ 2021 ໂດຍລະບຸວ່າ ເຫດຜົນທີ່ເຂົາຕັດສິນໃຈເຂົ້າຍຶດອໍານາດ ເມື່ອວັນທີ 25 ຕຸລາ ທີ່ຜ່ານມາ ຍ້ອນບໍ່ຕ້ອງການໃຫ້ມີການເກີດສົງຄາມກາງເມືອງໃນປະເທດ.

ຂະນະທີ່ຕອນນີ້ ນາຍົກລັດຖະມົນຕີ Abdalla Hamdok ໄດ້ພັກຢູ່ທີ່ບ້ານຂອງເຂົາເອງເພື່ອຄວາມປອດໄພ ແລະ ຈະໄດ້ຮັບອະນຸຍາດກັບບ້ານຂອງຕົນເອງໃນໄວໆນີ້. ການລັດຖະປະຫານ ດັ່ງກ່າວເອີ້ນສຽງປະນາມຈາກທົ່ວໂລກ ທັງອາເມລິກາ, ສະຫະພາບເອີຣົບ, ສະຫະປະຊາຊາດ, ສະຫະພາບອັບຟຣິກາ ໂດຍທັງໝົດ ຮຽກຮ້ອງໃຫ້ກອງທັບ ຊູດານ ປ່ອຍຕົວຜູ້ນໍາທາງການເມືອງທີ່ຖືກຈັບກຸມໄປໃນທັນທີ.

Abdalla Hamdok

ທ່ານ Antonio Guterres, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຊູ​ດານ​ເປັນ​ປະ​ເທດ​ໜຶ່ງ​ທີ່​ປະ​ເຊີນ​ກັບ​ການ​ລະ​ບາດ​ຂອງ​ລັດ​ຖະ​ປະ​ຫານ ທີ່ເກີດຂຶ້ນໃນອັບຟຣິກາ ແລະ ເອເຊຍ ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ​ສົມທົບ​ກັນ ​ຊອກ​ຫາ​ມາດ​ຕະການ​ສະກັດ​ກັ້ນ​ຢ່າງ​ມີ​ປະສິດທິ​ຜົນ​ ໂດຍ​ຜ່ານ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ (UNSC).

ມື້​ດຽວ​ກັນ, ປະຊາຊົນຊາວຊູດານ ສືບຕໍ່ເດີນຂະບວນ ປະທ້ວງ ຕໍ່ຕ້ານລັດຖະປະຫານ ທີ່ນະຄອນ Khartoum ເປັນມື້ທີສອງ ຫຼັງຈາກມີການ ປາບປາມຢ່າງໜັກ ໃນວັນທີ 25 ຕຸລາ, ມີຖະໜົນ ແລະ ຂົວຫຼາຍແຫ່ງໄດ້ຖືກກີດຂວາງ ຮ້ານຄ້າບາງແຫ່ງຕ້ອງໄດ້ປິດລົງ, ການເຊື່ອມຕໍ່ອິນເຕີເນັດ ແລະ ໂທລະສັບໄດ້ຖືກຕັດ. ມາ​ຮອດ​ປັດ​ຈຸ​ບັນ ມີຜູ້ເສຍຊີວິດແລ້ວທັງໝົດ 10 ສົບ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...