spot_img
Homeຂ່າວພາຍ​ໃນກຽມຂຶ້ນທະບຽນແຮງງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳເພື່ອແກ້ໄຂປັນຫາແຮງງານ

ກຽມຂຶ້ນທະບຽນແຮງງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳເພື່ອແກ້ໄຂປັນຫາແຮງງານ

Published on

ກະຊວງແຮງງານ ແລະສະຫວັດດີການສັງຄົມ ຮ່ວມກັບ ແຂວງບໍ່ແກ້ວ ປຶກສາຫາລືແກ້ໄຂບັນຫາແຮງງານລາວ ແລະຕ່າງປະເທດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍຈະມີການຂຶ້ນທະບຽນແຮງງານເພື່ອອຳນວຍຄວາມສະດວກໃນການຕິດຕາມ ແລະຄຸ້ມຄອງຜູ້ອອກແຮງງານໃນລາວ.

ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ການນຳໃຊ້ແຮງງານ ທັງລາວ ແລະຕ່າງປະເທດຫຼາຍສິບພັນຄົນຍັງບໍ່ທັນຖືກຕ້ອງ ແລະສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍຍັງບໍ່ສາມາດເກັບກຳຕົວເລກຕົວຈິງຂອງຜູ້ອອກແຮງງານລາວ ແລະຕ່າງປະເທດ ທີ່ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ລວມທັງຈຳນວນທີ່ຖືກກົດໝາຍ, ຜິດກົດໝາຍ, ສັນຊາດຂອງຜູ້ອອກແຮງງານ ແລະອື່ນໆ. ຄຽງຄູ່ກັນນັ້ນ, ບໍ່ສາມາດຕິດຕາມ ແລະຄຸ້ມຄອງຜູ້ອອກແຮງງານ ໂດຍສະເພາະແມ່ນສັນຍາແຮງງານ, ລາຍຮັບ, ສະຫວັດດີການສງັຄົມ ແລະການປົກປ້ອງທາງສັງຄົມຕ່າງໆ.

ສະນັ້ນ, ການຂຶ້ນທະບຽນແຮງງານ ຈະເຮັດໃຫ້ສາມາດເກັບກຳຂໍ້ມູນຂອງຜູ້ອອກແຮງງານທີ່ກຳລັງເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວ ຢ່າງລະອຽດ ເຊັ່ນ: ຈຳນວນຜູ້ວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຜູ້ອອກແຮງງານທີ່ຖືກກົດໝາຍ, ຜິດກົດໝາຍ, ຜູ້ຕ້ອງການສືບຕໍ່ເຮັດວຽກ ແລະຜູ້ຕ້ອງການກັບຄືນປະເທດ ເຊິ່ງຈະຊ່ວຍໃຫ້ສາມາດກຳນົດກົນໄກໃນການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ ລວມທັງການຮ່ວມມືສອງຝ່າຍເພື່ອແກ້ໄຂບັນຫາຕໍ່ກັບຜູ້ອອກແຮງງານທີ່ເຮັດວຽກແບບຜິດກົດໝາຍ.

ກອງປະຊຸມປຶກສາຫາລືກ່ຽວກັບການຂຶ້ນທະບຽນແຮງງານ ແລະກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ລະຫວ່າງ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກັບ ແຂວງບໍ່ແກ້ວ ຈັດຂຶ້ນທາງອອນລາຍໃນວັນທີ 23 ຕຸລາຜ່ານມາ, ເຂົ້າຮ່ວມມີທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ປອ ບົວຄົງ ນາມມະວົງ, ເຈົ້າແຂວງແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ຂໍ້ມູນຈາກ: ຂ່າວສານແຮງງານ ແລະສະຫວັດດີການສັງຄົມ

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...