spot_img
Homeຂ່າວຕ່າງປະເທດສະຫະລັດສຳເລັດການປູກຖ່າຍ "ໝາກໄຂ່ຫຼັງໝູ" ໃຫ້ກັບຄົນສຳເລັດຄັ້ງທຳອິດ

ສະຫະລັດສຳເລັດການປູກຖ່າຍ “ໝາກໄຂ່ຫຼັງໝູ” ໃຫ້ກັບຄົນສຳເລັດຄັ້ງທຳອິດ

Published on

ສຳນັກຂ່າວຕ່າງປະເທດລາຍງານ: ໃນວັນທີ 20 ຕຸລາ 2021, ນັກວິໄຈທີ່ມະຫາວິທະຍາໄລນິວຢອກ, ສະຫະລັດອາເມລິກາ ໄດ້ດຳເນີນການປູກຖ່າຍອະໄວຍະວະໃນຮູບແບບທີ່ເອີ້ນວ່າ ‘xenotransplantation’ ຫຼື ການປູກຖ່າຍຈາກສັດຊະນິດອື່ນເປັນເວລາສອງຊົ່ວໂມງ ໂດຍຜ່ານການປູກຖ່າຍໝາກໄຂ່ຫຼັງທີ່ໄດ້ຈາກໝູດັດແປງພັນທຸກຳໃຫ້ກັບຜູ້ປ່ວຍລາຍໜຶ່ງ ເຊິ່ງເປັນເພດຍິງທີ່ຢູ່ໃນສະພາວະສະໝອງຕາຍ, ອາໄສເຄື່ອງຊ່ວຍຫັນໃຈພະຍຸງຊີວິດ.

ໝາກໄຂ່ຫຼັງດັ່ງກ່າວ ຖືກເຊື່ອມຕໍ່ກັບຫຼອດເລືອດທີ່ກົກຂາສ່ວນເທິງຂອງຜູ້ຮັບບໍລິຈາກ ເຊິ່ງເກັບໄວ້ນອກຜົ້ງທ້ອງ ໂດຍຄຸມໄວ້ດ້ວຍອຸປະກອນປ້ອງກັນຕະຫຼອດເວລາ 54 ຊົ່ວໂມງ, ຈາກການສຶກສາຂອງນັກວິໄຈສັງເກດເຫັນວ່າ ຮ່າງກາຍມີການຜະລິດປັດສະວະ ແລະຄຣີເອຕິນິນ (creatinine) ໃນລະດັບປົກກະຕິທຽບເທົ່າກັບທີ່ເຄີຍພົບເຫັນໃນການປູກຖ່າຍໝາກໄຂ່ຫຼັງແບບປົກກະຕິ ແລະບໍ່ພົບສັນຍານວ່າຮ່າງກາຍຕໍ່ຕ້ານອະໄວຍະວະດັ່ງກ່າວແຕ່ຢ່າງໃດ ເຊິ່ງຂະບວນການທີ່ເກີດຂຶ້ນ ຖືເປັນຊ່ວງເວລາແຫ່ງການປ່ຽນແປງຂອງການປູກຖ່າຍອະໄວຍະວະ ແລະຜົນໄດ້ຮັບກໍດີເກີນຄາດ.

ປັດຈຸບັນສະຫະລັດອາເມລິກາມີຜູ້ກຳລັງຮັບການປູກຖ່າຍອະໄວຍະວະເຖິງ 106,728 ລາຍ, ໃນນັ້ນ 90 ພັນກວ່າລາຍແມ່ນປູກຖ່າຍຕັບ. ຢ່າງໃດກໍຕາມ, ການປູກຖ່າຍອະໄວຍະວະດັ່ງກ່າວແມ່ນຕ້ອງໄດ້ຜ່ານການຍິນຍອມຈາກຄອບຄົວຂອງຜູ້ປ່ວຍ.

ຂໍ້ມູນຈາກ: ໄທຣັດອອນໄລນ໌

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...