spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອທົດສອບອາວຸດນິວເຄຍທີ່ຍິງຂຶ້ນຈາກໜ້ານໍ້າ

ເກົາຫຼີເໜືອທົດສອບອາວຸດນິວເຄຍທີ່ຍິງຂຶ້ນຈາກໜ້ານໍ້າ

Published on

ໃນວັນທີ 20 ຕຸລາ 2021 ໄດ້ມີການລາຍງານຂ່າວວ່າ: ກອງທັບຂອງເກົາຫຼີເໜືອເປີດເຜີຍເຖິງຄວາມສໍາເລັດໃນການທົດສອບການຍິງອາວຸດນິວເຄຍທີ່ພັດທະນາຂຶ້ນໃໝ່ ທີ່ອອກແບບໃຫ້ຍິງຂຶ້ນຈາກເຮືອດໍານໍ້າ. ໃນການລາຍງານຂ່າວຍັງໄດ້ລະບຸວ່າອາວຸດນິວເຄຍທີ່ອອກແບບໃໝ່ແມ່ນມີການຕິດຕັ້ງເທັກໂນໂລຊີທີ່ທັນສະໄໝທີ່ສາມາດຂ້າມຜ່ານສິ່ງກີດຂວາງໄດ້ຢ່າງງ່າຍດາຍ ໂດຍທາງເກົາຫຼີເໜືອໄດ້ລະບຸວ່າ ອາວຸດນິວເຄຍແບບໃໝ່ນີ້ຈະເປັນອາວຸດທີ່ຊ່ວຍເສີມສັກກະຍະພາບໃນການປະຕິບັດການທາງໃຕ້ນໍ້າຂອງກອງທັບໄດ້ຢ່າງມີປະສິດທິພາບ.

ການທົດສອບອາວຸດນິວເຄຍຂອງເກົາຫຼີເໜືອໃນຄັ້ງນີ້ເກີດຂຶ້ນໃນຂະນະທີ່ປະເທດເກົາຫຼີເໜືອຈະສ້າງແຮງກົດດັນໃຫ້ກັບລັດຖະບານສະຫະລັດອາເມລິກາ ແລະ ເກົາຫຼີໃຕ້ໃຫ້ຍົກເລີກນະໂຍບາຍຄວາມຮ່ວມມືລະຫວ່າງກັນ ລວມໄປເຖິງການຄວໍ່າບາດເກົາຫຼີເໜືອ ແລະ ການຊ້ອມສູ້ຮົບທີ່ເກົາຫຼີເໜືອເບິ່ງວ່າມັນເປັນໄພຄຸກຄາມ.

ໂດຍກ່ອນໜ້ານີ້ທາງການຂອງປະເທດຍີ່ປຸ່ນ ແລະ ເກົາຫຼີໃຕ້ໄດ້ເປີດເຜີຍວ່າ ສາມາດກວດຈັບການຍິງອາວຸດນິວເຄຍຂອງເກົາຫຼີເໜືອໄດ້ ໂດຍຄາດວ່າຈະເປັນການຍິງຂຶ້ນຈາກບໍລິເວນທ່າເຮືອຊິນໂປ ທາງພາກຕາເວັນອອກຂອງເກົາຫຼີເໜືອ ເຊິ່ງເປັນເຂດຖານທີ່ໃຊ້ຈອດເຮືອດໍານໍ້າ ແລະ ລະບຸວ່າອາວຸດນິວເຄຍໄດ້ຖືກຍິງໄປໃນໄລຍະທາງ 450 ກິໂລແມັດ ລະດັບຄວາມສູງ 60 ກິໂລແມັດ ແລະ ຕົກໃນທະເລຕາເວັນອອກລະຫວ່າງປະເທດເກົາຫຼີ ແລະ ຍີ່ປຸ່ນ ແຕ່ບໍ່ໄດ້ບອກວ່າເປັນການຍິງຂຶ້ນຈາກໜ້ານໍ້າ. 

ເຖິງຢ່າງໃດກໍຕາມຈາກການລາຍງານຂ່າວຂອງເກົາຫຼີເໜືອບໍ່ໄດ້ບອກວ່າ ທ່ານ ຄິມ ຈອງ ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອໄດ້ໄປເຂົ້າຮ່ວມຊົມການທົດສອບອາວຸດນິວເຄຍໃນຄັ້ງນີ້ຫຼືບໍ່. 

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...