ພົບແລ້ວ! ສົບຜູ້ສູນຫາຍ 5 ຄົນຈາກເຫດເຮືອຫຼົ້ມຢູ່ອ່າງນ້ຳໄຜ່

ໃນຕອນແລງ ຂອງວັນທີ 13 ຕຸລາຜ່ານມາ ໄດ້ເກີດອຸບັດຕິເຫດເຮືອຫຼົ້ມ ຢູ່ທີ່ອ່າງນໍ້າໄຜ່, ບ້ານໜອງພູນໄຊ, ເມືອງລ້ອງແຈ້ງ ຕາມທີ່ໄດ້ສະເໜີຂ່າວໄປແລ້ວນັ້ນ, ເຊິ່ງທາງເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ຮີບຮ້ອນດຳເນີນການຄົ້ນຫາຜູ້ສູນຫາຍຈຳນວນ 5 ຄົນເພື່ອຫວັງໃຫ້ການຊ່ວຍເຫຼືອຢ່າງທັນການ ຈົນເຖິງວັນທີ 17 ຕຸລາ ຈິ່ງສາມາດພົບຮ່າງອັນໄຮ້ວິນຍານຂອງຜູ້ສູນຫາຍທັງ 5.

ເວລາປະມານ 6:00 ໂມງ ຂອງວັນທີ 17 ຕຸລາ ການຈັດຕັ້ງຂັ້ນເມືອງ, ອ້າຍນ້ອງທະຫານກອງພັນ 468, ການຈັດຕັ້ງທຸກພາກສ່ວນຂອງບ້ານ ແລະຍາດພີ່ນ້ອງ ໄດ້ພົບເຫັນ 2 ສົບ ຟູຂຶ້ນມາຈາກໜ້ານ້ຳ ເຊິ່ງສົບທີ 1 ພົບເຫັນໄກຈາກຈຸດເກີດເຫດປະມານ 20 ແມັດ ແລະ ສົບທີ 2 ພົບເຫັນໄກຈາກຈຸດເກີດເຫດປະມານ 200 ກວ່າແມັດ ແລະຕອນແລງຂອງມື້ດຽວກັນກໍພົບອີກສອງສົບຟູຂຶ້ນເທິງໜ້ານໍ້າຢູ່ຈຸດເກີດເຫດ ຂະນະທີ່ສົບທີ 5 ແມ່ນພົບເຫັນໃນມື້ຕໍ່ມາ ເຊິ່ງຢູ່ໄກຈາກຈຸດເກີດເຫດ ປະມານ100 ກວ່າແມັດ.

ຍາດພີ່ນ້ອງໄດ້ນຳສົບທັງຫ້າມາເຮັດພິທີທາງສາສະໜາ, ທີມງານລາວໂພສຂໍສະແດງຄວາມເສົ້າສະຫຼົດໃຈເສຍໃຈມາຍັງຄອບຄົວຍາດພີ່ນ້ອງຜູ້ເສຍຊີວີດດ້ວຍ.

ຂໍ້ມູນຈາກ: ສື່ເພື່ອສັງຄົມ