spot_img
Homeຂ່າວຕ່າງປະເທດຜູ້ເຜີຍແຜ່ສາສະໜາຊາວອາເມລິກາ ແລະ ການາດາ 17 ຄົນຖືກລັກພາຕົວໃນໄຮຕິ

ຜູ້ເຜີຍແຜ່ສາສະໜາຊາວອາເມລິກາ ແລະ ການາດາ 17 ຄົນຖືກລັກພາຕົວໃນໄຮຕິ

Published on

ເວັບໄຊ CNN ລາຍງານ: ຜູ້ເຜີຍແຜ່ສາສະໜາຊາວອາເມລິກາ ແລະ ການາດາຈຳນວນ 17 ຄົນ ຖືກກຸ່ມແກ໋ງລັກພາຕົວໃນປະເທດໄຮຕິ ໃນວັນທີ 16 ຕຸລາຜ່ານມາ ໃນນັ້ນມີເດັກອາຍຸຕໍ່າກວ່າ 18 ປີ ເຖິງ 5 ຄົນ.

ຜູ້ເຜີຍແຜ່ສາສະໜາ ປະກອບດ້ວຍ ຊາວອາເມລິກາ 16 ຄົນ ແລະການາດາ 1 ຄົນ ຖືກແກ໋ງອາດຊະຍາກຳລັກພາຕົວ ຂະນະເດີນທາງໄປຊ່ວຍສ້າງສະຖານທີ່ພັກສຳລັບເດັກກຳພ້າ ເຊິ່ງຕັ້ງຢູ່ທາງພາກເໜືອຂອງ ປັອກ​ໂຕ​ແປຼງ (Port-au-Prince) ເມືອງຫຼວງຂອງປະເທດໄຮຕິ ຂະນະທີ່ໂຄສົກກະຊວງການຕ່າງປະເທດຂອງສະຫະລັດເປີດເຜີຍວ່າ ໄດ້ຮັບລາຍງານກ່ຽວກັບເລື່ອງນີ້ແລ້ວແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆເພີ່ມເຕີມ ເຊິ່ງໃຫ້ຮູ້ພຽງແຕ່ວ່າ ສະຫວັດດີພາບ ແລະຄວາມປອດໄພຂອງພົນລະເມືອງສະຫະລັດໃນຕ່າງປະເທດຖືເປັນຄວາມສຳຄັນສູງສຸດຂອງກະຊວງການຕ່າງປະເທດ.

ປັນຫາການລັກພາຕົວໃນໄຮຕິເພື່ອຮຽກຄ່າໄຖ່ເກີດຂຶ້ນເປັນປະຈຳ ເຊິ່ງຫ້ອງການຕຳຫຼວດແຫ່ງຊາດຂອງໄຮຕິໄດ້ລາຍງານໃນຊ່ວງ 8 ເດືອນຂອງປີນີ້ ເກີດເຫດລັກພາຕົວເຖິງ 328 ລາຍ, ບັນດາເຫຍື່ອທີ່ຖືກລັກພາຕົວສ່ວນໃຫຍ່ແມ່ນນັກຮຽນ, ທ່ານໝໍ, ເຈົ້າໜ້າທີ່ຕຳຫຼວດ ແລະປະຊາຊົນທົ່ວໄປ.

ບົດຄວາມຫຼ້າສຸດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...