spot_img
Homeຂ່າວໂຄວິດ-19ທາມລາຍ ກໍລະນີຕິດເຊື້ອຢູ່ ບ້ານນາສ້ຽວ ເມືອງປາກອູ ແຂວງຫຼວງພະບາງ

ທາມລາຍ ກໍລະນີຕິດເຊື້ອຢູ່ ບ້ານນາສ້ຽວ ເມືອງປາກອູ ແຂວງຫຼວງພະບາງ

Published on

ວັນທີ 17 ຕູລາ 2021 ເພຈ ຂ່າວສານຫຼວງພະບາງ Luangprabang News ໄດ້ລາຍງານກ່ຽວກັບການເຄື່ອນໄຫວຂອງຜູ້ຕິດເຊື້ອ ໂຄວິດ-19 ກໍລະນີທີ 1708 ຢູ່ທີ່ແຂວງຫຼວງພະບາງດັ່ງນີ້

ເພດຊາຍ ອາຍຸ 50 ປີ, ອາຊີບ ພະນັກງານຫ້ອງການສຶກສາ ຢູ່ບ້ານສ້ຽວ ເມືອງປາກອູ, ໄດ້ຮັບວັກຊີນຊີໂນຟາມ, ອາການສະແດງ ໄອ, ໄຂ້, ຕັນດັງ, ສໍາພັດຈາກການໄປສົ່ງສະການຢູ່ເມືອງງອຍ

ວັນທີ 28/09/2021 ເຮັດຂວັນໃຫ້ລູກຊາຍຢູ່ບ້ານນາສ້ຽວ, ມີປະມານ 25 ຄົນ, ມີພີ່ຮ້ອງຢູ່ກຸ່ມສ່ຽງມາຮ່ວມ 3 ຄົນ, ຕິດເຊື້ອ 1 ຄົນ, ມີກຸ່ມສ່ຽງອີກ 4 ຄົນ

ວັນທີ 01-03/10/2021 ຢູ່ເຮືອນບໍ່ໄດ້ໄປໃສ

ວັນທີ 04-07/10/2021 ໄປການປົກກະຕິ (ຢູ່ໜ່ວຍງານບໍລິການມີ 8 ຄົນ) ແລະ ມີພະນັກງານບ່ອນເຮັດວຽກທັງໝົດ 40 ຄົນ

ວັນທີ 08/10/2021 ເມຍບໍ່ສະບາຍ (ມີພະຍາດປະຈໍາຕົວຫຼາຍຢ່າງ) ພາເມຍໄປປົວຢູ່ໂຮງໝໍຈີນ ບ້ານໂພນສະອາດ

09/10/2021 ຕອນເຊົ້າໄປຊື້ຂອງກິນຢູ່ແຖວແຄມທາງ ບ້ານເມືອງງາ

10/10/2021 ຕອຍເຊົ້າ 8 ໂມງ ລົດໂຮງໝໍຈີນໄປສົ່ງກັບບ້ານສ້ຽວ ເວລາປະມານ 9 ໂມງເມຍໄດ້ເສຍຊີວິດ

11-13/10/2021 ໄດ້ຈັດງານສົບໃຫ້ເມຍ, ຕອນແລງວັນທີ 13 ເລີ່ມມີອາການບໍ່ສະບາຍ

14/10/2021 ເກັບຕົວຢ່າງ

15/10/2021 ຜົນກວດອອກມາເປັນບວກ ພົບເຊື້ອ ກັກປິ່ນປົວຢູ່ສູນ

ຜູ້ສໍາຜັດໃກ້ຊິດທັງໝົດ 81 ຄົນ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...