spot_img
Homeຂ່າວພາຍ​ໃນນະຄອນຫຼວງວຽງຈັນເນັ້ນໃຫ້ຈໍາກັດບໍລິເວນເຂດບ້ານເເດງ ໜ່ວຍ ຮ່ອມທາງ ຫຼື ເຮືອນທີ່ມີຜູ້ຕິດເຊື້ອ

ນະຄອນຫຼວງວຽງຈັນເນັ້ນໃຫ້ຈໍາກັດບໍລິເວນເຂດບ້ານເເດງ ໜ່ວຍ ຮ່ອມທາງ ຫຼື ເຮືອນທີ່ມີຜູ້ຕິດເຊື້ອ

Published on

ການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນນະຄອນຫຼວງວຽງຈັນເປັນການລະບາດໃຫຍ່ ແລະ ໄດ້ມີການຂະຫຍາຍອອກໄປເປັນວົງກວ້າງ. ໃນປັດຈຸບັນມີການປະກາດໃຫ້ເປັນບ້ານແດງຈໍານວນຫຼາຍ ແລະ ຈໍານວນຜູ້ຕິດເຊື້ອຢູ່ໃນລະດັບ 100-200 ຄົນຕໍ່ມື້ ເຊິ່ງມັນສະແດງໃຫ້ເຫັນວ່າຍັງມີການລະບາດຢູ່ໃນລະດັບສູງ.

ຕໍ່ກັບສະພາບການດັ່ງກ່າວຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນຈຶ່ງໄດ້ມີມາດຕະການໃຊ້ຄໍາສັ່ງເລກທີ 016/ລົງວັນທີ 19 ກັນຍາ ມາຜັນຂະຫຍາຍເປັນແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ. ໜຶ່ງໃນມາດຕະການສະກັດກັ້ນນັ້ນແມ່ນການຕັ້ງດ່ານກວດກາຕາມຈຸດຕ່າງໆພາຍໃນນະຄອນຫຼວງວຽງຈັນຂອງເຈົ້າໜ້າທີ່ຕໍາຫຼວດຈາລະຈອນຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈໍາກັດການເດີນທາງຂອງປະຊາຊົນພາຍໃນຕົວເມືອງຖ້າບໍ່ມີວຽກອັນຈໍາເປັນ

ແຕ່ພາຍຫຼັງການຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງເຫັນໄດ້ວ່າການຕັ້ງດ່ານກວດກາຕາມທ້ອງຖະໜົນຍັງບໍ່ມີປະສິດທິຜົນໄດ້ດີເທົ່າທີ່ຄວນ ເພາະນະຄອນຫຼວງວຽງຈັນຍັງຮັກສາຄວາມສົມດຸນລະຫວ່າງມາດຕະການປ້ອງກັນການລະບາດຂອງພະຍາດກັບມາດຕະການທາງເສດຖະກິດທີ່ບໍ່ສາມາດປະໃຫ້ມີການຢຸດສະງັກ ດ້ວຍເຫດນັ້ນ, ຄະນະສະເພາະກິດນະຄອນຫຼວງວຽງຈັນຈຶ່ງໃຫ້ຈໍາກັດບໍລິເວນສະເພາະບ້ານເຂດແດງ, ໜ່ວຍ, ຮ່ອມທາງ ຫຼື ເຮືອນທີ່ມີຜູ້ຕິດເຊື້ອເທົ່ານັ້ນ.

ແຫຼ່ງຂ່າວ: ໂທລະພາບແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...