spot_img
Homeຂ່າວພາຍ​ໃນສະຖານີວຽງຈັນສຳເລັດການກໍ່ສ້າງແລ້ວ

ສະຖານີວຽງຈັນສຳເລັດການກໍ່ສ້າງແລ້ວ

Published on

ສະຖານີວຽງຈັນ ເຊິ່ງເປັນສະຖານີໃຫຍ່ທີ່ສຸດຂອງທາງລົດໄຟລາວ-ຈີນ ປັດຈຸບັນສຳເລັດການກໍ່ສ້າງ ພ້ອມເປີດຕົວຢ່າງເປັນທາງການໃນວັນທີ 6 ຕຸລາ 2021 ຜ່ານມາ.

ສະຖານີວຽງຈັນເຊິ່ງຕັ້ງຢູ່ບ້ານໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເປັນສະຖານີທີ່ໃຫຍ່ທີ່ສຸດຂອງທາງລົດໄຟລາວ-ຈີນ ທີ່ຮັບເໝົາກໍ່ສ້າງໂດຍ ບໍລິສັດກໍ່ສ້າງທາງລົດໄຟຈີນ, ເຊິ່ງສະຖານີດັ່ງກ່າວປະກອບດ້ວຍຊານສາລາສະຖານີລົດໄຟ 3 ແຫ່ງ ພ້ອມຊານສາລາເສີມສອງແຫ່ງ ແລະມີທາງລົດໄຟ 5 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ 2.500 ຄົນ.

ສະຖານີດັ່ງກ່າວມີເນື້ອທີ່ທັງໝົດ 14.543 ຕາແມັດ ສະທ້ອນໃຫ້ເຫັນເຖິງແນວຄິດການອອກແບບຂອງ “ເມືອງໄມ້ຈັນ (ວຽງຈັນ), ລວມທັງມິດຕະພາບລະຫວ່າງລາວ ແລະຈີນ” ໂດຍມີການປະສົມປະສານປະເພນີ ແລະວັດທະນະທຳຂອງສອງປະເທດເຂົ້າກັນ.

ຂໍ້ມູນຈາກ: ຂ່າວສານ Xinhua

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...