ທາມລາຍຜູ້ຕິດເຊື້ອ ປະຈໍາວັນທີ 23 ກັນຍາ 2021

0
1425

ຕາມການຖະແຫຼງການຈາກຄະນະສະເພາະກິດ ປະຈໍາວັນທີ 23 ກັນຍາ 2021 ສໍາລັບຜູ້ຕິດເຊື້ອ ໃນຊຸມຊົນ 666 ຄົນ ມີລາຍລະອຽດດັ່ງລຸ່ມນີ້:

1. ນະຄອນຫຼວງ 563 ຄົນ: ເກືອບ 90 ເປີເຊັນ ມາຈາກໂຮງງານ ຕັດຫຍິບລາຍ
ລະອຽດຄື:
– ຈາກໂຮງງານ TriO: 371 ຄົນໃນຈໍານວນຕົວຢ່າງທັງຫມົດ 669;
– ຈຸດເກັບຕົວຢ່າງ ເມືອງ ນາຊາຍ ທອງ:ພົບ 89 ຄົນ ໃນຈໍານວນທັງຫມົດ 280
ຕົວຢ່າງ;
– ໂຮງງານ Venture ບ້ານສາຍນໍ້າເງີນ: 42 ຄົນ ໃນຈໍານວນ 140 ຕົວຢ່າງ;
– ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 36 ຄົນ; ໃນຈໍານວນ 390 ຕົວຢ່າງ;
– ຈຸດເກັບຕົວຢ່າງໂຮງຫມໍເຊດຖາທິລາດ ແລະ ໂຮງຫມໍ ເດັກ 9 ຄົນ ຈາກ ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ), ເມືອງ ຫາດຊາຍຟອງ 03 ຄົນ (03 ບ້ານ), ເມືອງໄຊທານີ 01 ຄົນ ( ບ້ານຫນອງວຽງຄໍາ) , ເມືອງສີໂຄດຕະບອງ ມີ 02 ຄົນ (02 ບ້ານ), ເມືອງ ນາຊາຍທອງ ມີ 01 ຄົນ ຈາກບ້ານຫນອງປັກແຮດ ເປັນພະຍາບານ ພະແນກສຸກ ເສີນ ໂຮງຫມໍເດັກ ຜູ້ກ່ຽວມີນ້ອງໄພ້ ທີ່ເຮັດວຽກຢູ່ໂຮງງານ Trio ທີ່ມີຄົນຕິດເຊື້ອມາກ່ອນ.
– ມາຈາກ: ສູນກັກກັນສີໂຄດ ມີ 8ຄົນ, ສູນຫລັກ 27 ມີ 8 ຄົນ, ໂຮງຫມໍ 103 ມີ 1 ຄົນ, ໂຮງຫມໍມິດຕະພາບ ມີ 1 ຄົນ ແລະ ກົມໃຫຍ່ກອງທັບ 641ມີ 4 ຄົນ.

2. ຈໍາປາສັກ 46 ຄົນ:
– 19 ຄົນ ຈາກນິຄົມ 1 (ສວນຢາງ) ບ້ານຫນອງກອກ ເມືອງບາຈຽງ ເປັນຄົນ ຫວຽດນາມ, 3 ຄົນ ສວນຢາງພາລາດັກໆ (ຄົນລາວ 1, ຄົນ ຫວຽດນາມ 2), 3 ຄົນ ມາຈາກບ້ານພອງເພາະ ມ. ປະທຸມພອນ ເປັນບ້ານໃຫມ່ ທີ່ພົວພັນກັບນຸ້ມ
ປະທຸມພອນ
– ສ່ວນທີ່ເຫຼືອມາຈາກນະຄອນປາກເຊ ລວມມີ ທະຫານ 1 ຄົນ, ພະນັກງງານ
ໂຮງແຮມ 1, ພະນັກງານໄອຍະການ 1.

3. ຄໍາມວນ 26 ຄົນ:

– ເມືອງ ທ່າແຂກ 22 ຄົນ (ບໍລິສັດຄາຍຢວນ 14 ຄົນ)

– ເມືອງ ເຊບັ້ງໄຟ 3 ຄົນ

– ເມືອງ ຍົມມະລາດ 1 ຄົນ (ບຸກຄະລາກອນການແພດ)

4. ສະຫວັນນະເຂດ 10 ຄົນ:
– ຄ້າຍຄຸມຂັງຫຼັກ 6 ມີ 07 ກໍລະນີ (ກວດຕົວຢ່າງຄັ້ງທີ່ 03)

– ບ້ານວົງວິໄລ, ເມືອງເຊໂປນ ມີ 01 ກໍລະນີ ເປັນນ້ອງຊາຍຂອງພະນັກງານຕໍາ
ຫລວດຄ້າຍຄຸມຂັງຫຼັກ 6 ທີ່ຕິດເຊື້ອມາກ່ອນ

– ບ້ານໄຊຍະມຸງຄົນ, ນະຄອນໄກສອນ ມີ 01 ກໍລະນີ (ກວດຄັ້ງທີ່ 02) ໄດ້ສໍາ
ຜັດໃກ້ຊິດກັບກໍລະນີຕິດເຊື້ອ ພັກຢູ່ບ້ານພັກດຽວກັນ ຊຶ່ງໄດ້ລາຍງານໃນວັນທີ
10 ກັນຍາ 2021 ຄົນຫວຽດນາມ ມີ 01 ກໍລະນີ (ເພດຊາຍ, ອາຍຸ 40 ປີ) ຍັງບໍ່ຮູ້ແຫຼ່ງທີ່ມາຂອງ
ການຕິດເຊື້ອ

5. ບໍລິຄໍາໄຊ 5 ຄົນ: ທັງ 5 ເປັນຜູ້ສໍາພັດໃກ້ຊິດ ແລະ ເປັນຄອບຄົງດຽວກັນກັບຜູ້ ຕິດເຊື້ອຜ່ານມາ – ເພດຍິງ 32 ປີ ອາຊີບ ເຮັດນາ ລູກສາວ
– ເພດຍິງ 17 ປີ ອາຊີບ ນັກຮຽນ ຫຼານສາວ
– ເພດຍິງ 18 ປີ ອາຊີບ ນັກຮຽນ ຫຼານສາວ

– ເພດຍິງ 72ປີ ອາຊີບ ຫວ່າງງານ ເມຍ
– ປະຈຸບັນ 4 ຄົນ ນອກຈາກລູກຊາຍ ແມ່ນຢູ່ມ ຕົ້ນ ໂພນສີ ເມືອງ ປາກກະດິງ 5.ຫລວງນໍ້າທາ 5 ຄົນ:
ທັງຫນົດ ເປັນສັນຊາດຈີນ, ທີ່ເດີນທາງມາຈາກ ເຂດພິເສດ ສາມຫຼ່ຽມຄໍາ.

6. ຫຼວງພະບາງ 5 ຄົນ:
– ບ້ານໂພນໄຊ, ເມືອງນານ ມີ 04 ກໍລະນີ, ກັກໂຕຢູ່ສູນເມືອງນານ (ອາຊີບ: ຊາວ
ສວນ 02 ກໍລະນີ; ອາຊີບ: ກໍາມະກອນ ແລະ ນັກຮຽນ) ທີ່ໄດ້ສໍາຜັດໃກ້ຊິດກັບຄົນ
ບ້ານໂພນໄຊຕິດເຊື້ອ.

– ບ້ານຂົວທີ 01, ນະຄອນຫລວງພະບາງ (ເພດຊາຍ, ອາຍຸ 21 ປີ, ອາຊີບ: ນັກສຶກ
ສາ ຮຽນອອນລາຍ ບໍ່ໄດ້ໄປໃສ ຢູ່ແຕ່ເຮືອນ), ບໍ່ມີອງການຫຍັງ (ບໍ່ຮູ້ແຫຼ່ງທີ່ມາ
ຂອງການຕິດເຊື້ອ)

7. ແຂວງວຽງຈັນ 4 ຄົນ:
– 03 ຄົນ ແມ່ນເຮັດວຽກຢູ່ໂຮງງານຊີມັງວັງວຽງ
– ບ້ານປາກເປາະ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 39 ປີ)

– ບ້ານພູດິນແດງ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 59 ປີ)

– ບ້ານຂັນມາກ, ເມືອງວັງວຽງ ມີ 01 ກໍລະນີ (ເພດຍິງ, ອາຍຸ 27 ປີ)
– ມີ 01 ຄົນ (ເພດຍິງ, ອາຍຸ 53 ປີ) ຢູ່ບ້ານໂພນຫໍ, ເມືອງໂພນໂຮງ ຊື່ງມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປເຮືອນດີ ຢູ່ບ້ານໂພນຫໍ ແລະ ໄດ້ລາຍງານ ໃນວັນທີ 22 ກັນຍາ 2021.

8. ຊຽງຂວາງ 2 ຄົນ:
– ບ້ານຫໍສິມ, ເມືອງຜາໄຊ ມີ 02 ກໍລະນີ (ເພດຊາຍ, ອາຍຸ 67 ປີ, ອາຊີບ: ຜູ້ເຖົ້າ ແລະ ເພດຍິງ ອາຍຸ 58 ປີ, ອາຊີບ: ຜູ້ເຖົ້າ) ແລະ ມີປະຫວັດສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ທີ່ໄປງານເຮືອນດີ.

9. ສາລະວັນ 1 ຄົນ:
ບ້ານນາເຫຼັກ, ເມືອງສາລະວັນ, ກັກໂຕຢູ່ບ້ານຄົນດຽວ ເປັນລູກຊາຍ ຂອງຜູ້ຕິດເຊື້ອທີ່ລາຍງານໃນວັນທີ 06 ກັນຍາ 2021.

ມາຮອດມື້ນີ້ ລາວເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 20,646 ຄົນ, ເສຍຊີວິດສະສົມ 16 ຄົນ, ກໍາລັງປິ່ນປົວຢູ່ 4,861 ຄົນ