spot_img
Homeຂ່າວຕ່າງປະເທດທ່ານໄບເດນຮຽກຮ້ອງນານາຊາດຮ່ວມມືກັນກ້າວຜ່ານທົດສະວັດອັນສຳຄັນ

ທ່ານໄບເດນຮຽກຮ້ອງນານາຊາດຮ່ວມມືກັນກ້າວຜ່ານທົດສະວັດອັນສຳຄັນ

Published on

ເວັບໄຊໄທຣັດລາຍງານ: ປະທານາທິບໍດີໂຈ ໄບເດນ ໄດ້ຮຽກຮ້ອງໃຫ້ນານາຊາດຮ່ວມມືກັນໃນກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ທີ່ຈັດຂຶ້ນຄັ້ງທີ 76 ທີ່ນະຄອນນິວຢອກ ໃນມື້ວານນີ້ ທ່າມກາງຄວາມຕຶງຄຽດລະຫວ່າງສະຫະລັດອາເມລິກາກັບບັນດາປະເທດພັນທະມິດ ບວກກັບສະພາບການລະບາດຂອງພະຍາດໂຄວິດ ແລະ ວິກິດການປ່ຽນແປງຂອງສະພາບອາກາດ ຍິ່ງເຮັດໃຫ້ຄວາມແຕກແຍກພາຍໃນໂລກປາກົດເຫັນໄດ້ຊັດເຈນຂຶ້ນ.

ກອງປະຊຸມ UN ຄັ້ງນີ້ ປະທານາທິບໍດີໄບເດນໄດ້ເຂົ້າຮ່ວມເປັນຄັ້ງທຳອິດ ພ້ອມຢືນຢັນຈະໃຫ້ການສະໜັບສະໜູນປະຊາທິປະໄຕ ແລະວິທີທາງການທູດ ພາຍຫຼັງສຳເລັດເລື່ອງຂໍ້ຕົກລົງກ່ຽວກັບເຮືອດຳນໍ້າພະລັງງານິວເຄຼຍໃຫ້ແກ່ອົດສະຕາລີ ຈົນເຮັດໃຫ້ຝຣັ່ງເສດ ແລະສະຫະພາບເອີຣົບບໍ່ພໍໃຈ ພ້ອມຢໍ້າຕື່ມວ່າ ສະຫະລັດບໍ່ໄດ້ມີເຈຕະນາຈະສ້າງສົງຄາມເຢັນຄັ້ງໃໝ່ ຫຼື ແບ່ງແຍກໂລກເປັນກຸ່ມກ້ອນແຕ່ຢ່າງໃດ ທັງພ້ອມທີ່ຈະເຮັດວຽກຮ່ວມກັນ ເພື່ອຊອກຫາທາງອອກຢ່າງສັນຕິ.

ຜູ້ນຳສະຫະລັດຍັງໃຫ້ຄຳໝັ້ນສັນຍາເລື່ອງງົບປະມານເພື່ອຕໍ່ສູ້ກັບວິກິດສະພາບອາກາດ ໂດຍສະຫະລັດຈະເພີ່ມງົບປະມານຂຶ້ນທົບເທົ່າສຳລັບປະເທດກຳລັງພັດທະນາ ພ້ອມທັງເວົ້າເຖິງກໍລະນີການຖອນທະຫານອອກຈາກອັຟການິດສະຖານ ເຊິ່ງຖືກວິພາກວິຈານຢ່າງໜັກໜ່ວງທັງພາຍໃນ ແລະ ພາຍນອກ ໂດຍລະບຸວ່າ ສະຫະລັດໄດ້ຢຸດຕິຊ່ວງເວລາຂອງສົງຄາມອັນຍາວນານເພື່ອຍຸກໃໝ່ທາງການທູດ.

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...