Homeຂ່າວຕ່າງປະເທດຄວາມຢາກຮູ້ ຢາກເຫັນ ເກີດຂຶ້ນໄດ້ສະເໝີ ເດັກຊາຍຍັດສາຍ USB ເຂົ້າອະໄວຍະວະເພດ ເພື່ອວັດແທກຂະໜາດ

ຄວາມຢາກຮູ້ ຢາກເຫັນ ເກີດຂຶ້ນໄດ້ສະເໝີ ເດັກຊາຍຍັດສາຍ USB ເຂົ້າອະໄວຍະວະເພດ ເພື່ອວັດແທກຂະໜາດ

Published on

ເດັກຊາຍອາຍຸ 15 ປີໄດ້ໃຊ້ສາຍ USB ຍັດເຂົ້າໃນອະໄວຍະວະເພດ ແຕ່ພັດດຶງອອກບໍ່ໄດ້ ຍ້ອນສາຍຖືກມ້ວນຢູ່ພາຍໃນ ເຊິ່ງເດັກຊາຍຄົນດັ່ງກ່າວໄດ້ພະຍາຍາມດຶງອອກດ້ວຍຕົວເອງແຕ່ບໍ່ສໍາເລັດ ຈົນເຮັດໃຫ້ມີເລືອດອອກ ແລະ ຍ່ຽວເປັນເລືອດ ຈຶ່ງຍອມບອກໃຫ້ຄອບຄົວພາໄປໂຮງໝໍ.

ຈາກການສ່ອງກ້ອງກວດເບິ່ງພາຍໃນທໍ່ຍ່ຽວເຫັນວ່າສາຍ USB ພັນກັນເປັນກ້ອນຢູ່ພາຍໃນ ເຊິ່ງທາງທີມແພດໄດ້ພະຍາຍາມໃຊ້ອຸປະກອນພິເສດໃນການນໍາສາຍອອກມາແຕ່ກໍບໍສໍາເລັດ  ແພດຈຶ່ງໄດ້ສົ່ງໂຕໄປໂຮງໝໍໃຫຍ່ໃນເມືອງລອນດອນເພື່ອຜ່າຕັດ.

ເດັກຊາຍໄດ້ສາລະພາບກັບທາງທີມແພດວ່າ ໄດ້ສອດສາຍ USB ເຂົ້າໄປເພື່ອວັດຂະໜາດຂອງອະໄວຍະວະເພດຂອງຕົວເອງ ເພາະຄວາມຢາກຮູ້. ສຸດທ້າຍແລ້ວ ທາງທີມແພດມະຫາວິທະຍາໄລລອນດອນໄດ້ຜ່າຕັດເອົາສາຍ USB ອອກມາໄດ້ສໍາເລັດ, ເດັກຊາຍຄົນດັ່ງກ່າວປອດໄພ ແລະ ສາມາດກັບບ້ານໄດ້.

ທາງທີມແພດໄດ້ບອກວ່າ ມັກຈະມີໄວໜຸ່ມນໍາສິ່ງຂອງຕ່າງໆເປັນຕົ້ນແມ່ນ: ເຂັມ, ລວດ, ຫຼື ເປືອກໝາກຖົ່ວຍັດເຂົ້າໄປ ເພາະຄວາມຢາກຮູ້ຢາກເຫັນ ຫຼື ເມົາເຫຼົ້າ ພ້ອມທັງເຕືອນວ່າສິ່ງຂອງທີ່ຍັດເຂົ້າໄປໃນອະໄວຍະວະເພດນັ້ນອາດຈະເຮັດໃຫ້ເກີດບັນຫາຫຼາຍຢ່າງເຊັ່ນ: ຍ່ຽວອອກເລືອດ, ຍ່ຽວບໍ່ອອກ ເປັນຕົ້ນ.

ແຫຼ່ງຂ່າວ: Sanook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...