spot_img
Homeຂ່າວຕ່າງປະເທດຍີ່ປຸ່ນເປັນປະເທດທີ່ມີຜູ້ເຖົ້າອາຍຸເກີນ 100 ຄົນ ຫຼາຍເຖິງ 86,510 ຄົນ

ຍີ່ປຸ່ນເປັນປະເທດທີ່ມີຜູ້ເຖົ້າອາຍຸເກີນ 100 ຄົນ ຫຼາຍເຖິງ 86,510 ຄົນ

Published on

ຕາມຂໍ້ມູນຂອງກະຊວງສາທາລະນະສຸກຂອງປະເທດຍີ່ປຸ່ນໄດ້ເປີດເຜີຍວ່າ ຍີ່ປຸ່ນເປັນປະເທດທີ່ມີຜູ້ເຖົ້າອາຍຸເກີນ 100 ຄົນ ຫຼາຍເຖິງ 86,510 ຄົນ ໂດຍມີເພດຊາຍກວມເອົາເຖິງ 100,000 ຄົນ.

ຕາມການເປີດເຜີຍຂອງກະຊວງສາທາລະນະສຸກຍັງໄດ້ບອກວ່າຄົນທີ່ມີອາຍຸເກີນ 100 ປີໃນປະເທດຍີ່ປຸ່ນໄດ້ເພີ່ມຂຶ້ນຈາກປີກ່ອນສູງເຖິງ 6,060 ຄົນ ແລະ ໃນຈໍານວນ 86,510 ຄົນນັ້ນ ປະກອບດ້ວຍເພດຍິງ 76,450 ຄົນ ຫຼື 88.4% ແລະ ເພດຊາຍຈໍານວນ 10,060 ຄົນ ຫຼື 11.6% ເຊິ່ງສາເຫດຫຼັກທີ່ເຮັດໃຫ້ຄົນຍີ່ປຸ່ນມີອາຍຸຍືນຫຼາຍຂຶ້ນນັ້ນກໍຄືຄວາມກ້າວໜ້າຂອງເທັກໂນໂລຊີທາງດ້ານການແພດ

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...