spot_img
Homeຂ່າວຕ່າງປະເທດລີງກໍຣິນລ່າຫຼາຍໂຕຕິດໂຄວິດ-19 ໃນສວນສັດແອັດແລນຕ້າ, ສະຫະລັດອາເມລິກາ

ລີງກໍຣິນລ່າຫຼາຍໂຕຕິດໂຄວິດ-19 ໃນສວນສັດແອັດແລນຕ້າ, ສະຫະລັດອາເມລິກາ

Published on

ແຫຼ່ງຂ່າວ Washington Post ລາຍງານ: ລີງກໍຣິນລ່າຫຼາຍໂຕໃນສວນສັດແອັດແລນຕ້າ, ສະຫະລັດອາເມລິກາ ກວດພົບຕິດເຊື້ອໂຄວິດ-19 ເຊິ່ງທາງເຈົ້າໜ້າທີ່ດູແລສວນສັດໄດ້ນຳຕົວພວກມັນເຂົ້າປິ່ນປົວ ພ້ອມວາງແຜນສັກວັກຊີນປ້ອງກັນໂຄວິດເມື່ອພວກມັນກັບມັນຫາຍປ່ວຍ.

ເຈົ້າໜ້າທີ່ດູແລສວນສັດແອັດແລນຕ້າກ່າວວ່າ: ເບື້ອງຕົ້ນລີງກໍຣິນລ່າຈຳນວນ 4 ໂຕ ມີອາການໄອ, ນໍ້າມູກໄຫຼ ແລະ ບໍ່ຢາກອາຫານ ເຊິ່ງສົງໄສວ່າອາດມີການຕິດເຊື້ອໄວຣັສໃດໜຶ່ງ ຈິ່ງໄດ້ນຳຕົວຢ່າງໄປກວດແລ້ວພົບເຊື້ອໂຄວິດ-19 ເຊິ່ງໃນນັ້ນມີສາຍພັນແດລຕ້າຮ່ວມຢູ່ນຳ ຂະນະທີ່ໃນສວນສັດດັ່ງກ່າວມີລີງກໍຣິນລ່າ 20 ໂຕ ທີ່ໄດ້ສຳຜັດກັບກຸ່ມລີງທີ່ຕິດເຊື້ອ ເຊິ່ງກຳລັງໄດ້ຮັບການຕິດຕາມອາການຢ່າງໃກ້ຊິດ ທັງກວດຫາເຊື້ອໂຄວິດເປັນປະຈຳເຖິງແມ່ນຈະບໍ່ສະແດງອາການກໍຕາມ.

ບັນດາລີງກໍຣິນລ່າທີ່ຕິດເຊື້ອ ປັດຈຸບັນກຳລັງໄດ້ຮັບການປິ່ນປົວຮັກສາຢ່າງໃກ້ຊິດຂອງທີມງານຊ່ຽວຊານທາງການແພດ, ເຊິ່ງຫວັງວ່າອາການຂອງພວກມັນຈະດີຂຶ້ນໃນໄວໆນີ້.

ບົດຄວາມຫຼ້າສຸດ

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...