spot_img
Homeຂ່າວພາຍ​ໃນສປປ ລາວ ໄດ້ສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງ ເຊິ່ງເປັນຊັບສົມບັດທໍາມະຊາດອັນລໍ້າຄ່າຂອງປະເທດ

ສປປ ລາວ ໄດ້ສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງ ເຊິ່ງເປັນຊັບສົມບັດທໍາມະຊາດອັນລໍ້າຄ່າຂອງປະເທດ

Published on

ຈາກການຖະແຫຼງຂ່າວຂອງ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ກ່າວເຖິງການນໍາໃຊ້ຢາປິ່ນປົວພະຍາດໂຄວິດ-19 ໃນຫຼາຍປະເທດ ເຊິ່ງມີທັງຢາຫຼວງ​ ແລະ ຢາພື້ນເມືອງ ແລະ ປະເທດລາວເອງ ພັກ ແລະ ລັດຖະບານຂອງພວກເຮົາໄດ້ສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງ ເຊິ່ງເປັນຊັບສົມບັດທໍາມະຊາດອັນລໍ້າຄ່າຂອງປະເທດເຮົາ, ດັ່ງຄືທ່ານລັດຖະມົນຕີກະຊວງສາທາລະນະສຸກໄດ້ຊີ້ນໍາໃຫ້ມີການຄົ້ນຄວ້າ ແລະ ຜະລິດຈໍາໜ່າຍຢາປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19, ດັ່ງນັ້ນ ສະຖາບັນການແພດ ແລະ ຢາພື້ນເມືອງໄດ້ຄົ້ນຄວ້າ ແລະ ຜະລິດຢາຊະນິດແຄັບຊູນເປັນຕົ້ນ ລາຊາບີ, ຄາວທອງ ແລະ ກະຊາຍຂາວ.

ໃນປັດຈຸບັນແມ່ນໄດ້ຈັດສົ່ງຢາໃຫ້ບັນດາແຂວງທີ່ມີການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນແຂວງສະຫວັນນະເຂດ, ນອກຈາກນີ້ຍັງໄດ້ສົ່ງຢາພື້ນເມືອງທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ສົ່ງໃຫ້ບັນດາແຂວງໃນທົ່ວປະເທດ ແລະ ຢາພື້ນເມືອງດັ່ງກ່າວນີ້ແມ່ນມີຜົນດີໃນການປ້ອງກັນ ແລະ ປິ່ນປົວພະຍາດທາງລະບົບຫາຍໃຈກໍ່ຄືພະຍາດໂຄວິດ-19.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...