spot_img
Homeຂ່າວຕ່າງປະເທດຫວຽດນາມລັອກດາວຮາໂນ່ຍ ພ້ອມເລັ່ງກວດຫາເຊື້ອ 1.5 ລ້ານຄົນ

ຫວຽດນາມລັອກດາວຮາໂນ່ຍ ພ້ອມເລັ່ງກວດຫາເຊື້ອ 1.5 ລ້ານຄົນ

Published on

ເວັບໄຊໄທຣັດລາຍງານ: ທາງການຫວຽດນາມຂະຫຍາຍມາດຕະການລັອກດາວໃນນະຄອນຮ່າໂນ່ຍຕື່ມອີກ 2 ອາທິດ ເພື່ອຄວບຄຸມການແຜ່ລະຍາດຂອງໂຄວິດ-19 ພ້ອມກັບເລັ່ງກວດຫາເຊື້ອໃຫ້ປະຊາຊົນຈຳນວນ 1.5 ລ້ານຄົນ ໃນອາທິດໜ້າ.

ສຳລັບມາດຕະການລັອກດາວ, ທາງການຫວຽດນາມໄດ້ແບ່ງເຂດພື້ນທີ່ຕິດເຊື້ອລະອຽດ ທັງສັ່ງໃຫ້ປະຊາຊົນຢູ່ແຕ່ໃນເຮືອນຂອງໃຜລາວ ພ້ອມຢຸດເຄື່ອນໄຫວກິດຈະກຳທາງນອກທັງໝົດ, ສ່ວນປະຊາຊົນທີ່ຢູ່ໃນເຂດພື້ນທີ່ສ່ຽງ (ເຂດແດງ) ຕ້ອງຢູ່ແຕ່ໃນເຮືອນ ແລະສະມາຊິກໜຶ່ງຄົນໃນຄອບຄົວຈະຕ້ອງໄດ້ກວດຫາເຊື້ອ 3 ຄັ້ງຕໍ່ອາທິດ, ສ່ວນປະຊາຊົນທີ່ຢູ່ເຂດພື້ນທີ່ອື່ນແມ່ນຈະກວດຫາເຊື້ອໂຄວິດໃນທຸກໆ 5-7 ວັນ.

 

ທັງນີ້ສືບເນື່ອງມາຈາກ ຮາໂນ່ຍ ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ສະເລ່ຍ 50 ຄົນຕໍ່ວັນ, ເຖິງແມ່ນຈຳນວນຜູ້ຕິດເຊື້ອສະເພາະໃນເຂດດັ່ງກ່າວຈະຕໍ່າ ແຕ່ທາງການກໍພະຍາຍາມປ້ອງກັນການແຜ່ລະບາດຢ່າງເຕັມທີ່ ພ້ອມຕັ້ງເປົ້າເລັ່ງກວດໂຄວິດໃຫ້ປະຊາຊົນໃນຮາໂນ່ຍຈຳນວນ 1.5 ລ້ານຄົນໃນອາທິດໜ້ານຳອີກ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...