spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 31 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 31 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 15.015 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 199 ຄົນ, ເສຍຊີວິດສະສົມທັງໝົດ 14 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.983 ຄົນ.

ໃນວັນທີ 30 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 3.521 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 199 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 64 ຄົນຈາກ ແຂວງ ນະຄອນຫຼວງ 24 ຄົນ, ບໍ່ແກ້ວ 11 ຄົນ, ສະຫວັນນະເຂດ 14 ຄົນ, ຫຼວງນໍ້າທາ 08 ຄົນ, ສາລະວັນ 03 ຄົນ, ຄໍາມ່ວນ 02 ຄົນ, ອຸດົມໄຊ 01 ຄົນ ແລະ ແຂວງ ຈໍາປາສັກ 01 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າຈໍານວນ 135 ຄົນ ຈາກ ນະຄອນຫຼວງວຽງຈັນ 04 ຄົນ, ສະຫວັນນະເຂດ 54 ຄົນ, ບໍລິຄໍາໄຊ 02 ຄົນ, ຄໍາມ່ວນ 05 ຄົນ, ສາລະວັນ 19 ຄົນ ແລະ ຈໍາປາສັກ 51 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

1. ນະຄອນຫຼວງ 24 ຄົນ ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຂອງບໍລິສັດເບຍລາວ, ເປັບຊີ ແລະ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ (ຢູ່ບ້ານທ່າພະລານໄຊ) 
- ເມືອງຫາດຊາຍຟອງ 14 ຄົນ: ບ້ານ ປາກເປັ່ງ 6 ຄົນ, ບ້ານ ທ່າພະ ​5 ຄົນ, ບ້ານ ໜອງແວງ 2 ຄົນ ແລະ ບ້ານ ໜອງແຫ້ວ 1 ຄົນ 
- ເມືອງໄຊເສດຖາ 5 ຄົນ: ບ້ານ ນາໄຊ 2 ຄົນ, ບ້ານ ອາມອນ 1 ຄົນ, ບ້ານ ສະພັງໝໍ້ 1 ຄົນ, ບ້ານ ໂຊກຄຳ 1 ຄົນ
- ເມືອອງສີໂຄດຕະບອງ 2 ຄົນ: ບ້ານ ຍາພະ 1 ຄົນ (ພະນັກງານບໍລິສັດຂົນສົ່ງເຂດທ່າພະລານໄຊ), ບ້ານ ອ່າງໃຫຍ່ 1 ຄົນ
- ເມືອງສີສັດຕະນາກ 3 ຄົນ: ບ້ານ ຈອມເພັດ 1 ຄົນ, ບ້ານ ດອນນົກຂຸ້ມ 1 ຄົນ (ມາແຕ່ເມືອງຕົ້ນເຜິ້ງ), ບ້ານ ທ່າພະລານໄຊ 1 ຄົນ

2. ສະຫວັນນະເຂດ 14 ຄົນ, ໃນນັ້ນ:
- 7 ຄົນ ຈາກ ບ້ານ ລັດຕະນະລັງສີໃຕ້
- 1 ຄົນ ຈາກ ບ້ານບຸ່ງຄໍາ ເມືອງວິລະບູລີ
- 3 ຄົນ ຈາກ ບ້ານໂພນຊາຍ
- 2 ຄົນ ຈາກບ້ານສະໜາມໄຊ
- 1 ຄົນ ຈາກບ້ານໜອງຜື

3. ບໍ່ແກ້ວ 11 ຄົນ ຈາກ ເມືອງຕົ້ນເຜິ້ງ: 
- 1 ຄົນມາຈາກ ບ້ານໃຫຍ່ສີເມືອງງານ
- 7 ຄົນ ຈາກບ້ານຄຸນບົງ
- 3 ຄົນ ເປັນພະນັກງານຕຳຫຼວດມາຈາກເຂດສາມຫຼ່ຽມຄຳ

4. ຫຼວງນ້ຳທາ 8 ຄົນ, ໃນນັ້ນ:
- 01 ຄົນ ຈາກບ້ານຈອມແຈ້ງ, ເມືອງລອງ ຊື່ງຕິດພັນກັບ ກໍລະນີ ບ້ານທົ່ງໄຈ້ ທີ່ເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ, ແຂວງຫລວງພະບາງ
- 06 ຄົນ ຈຸ້ມກໍລະນີ ບ້ານທົງໄຈ້ເໜືອ ແລະ ໃຕ້ ທີ່ເຄີຍລາຍງານມື້ຜ່ານມາ ແລະ ອີກ 01 ຄົນ ແມ່ນ ເຮັດວຽກຢູ່ສາທາແຂວງ (ທີມງານກຳລັງເກັບກຳຂໍ້ມູນ).

5. ສາລະວັນ 3 ຄົນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຖືກຈຳກັດບໍລິເວນ

6. ຈຳປາສັກ 1 ຄົນ ມາຈາກບໍ່ຄຳເຊໂປນ (ບໍລິສັດລ້ານຊ້າງມິເນໂຣ) ແຂວງສະຫວັນນະເຂດ ໄປຢາມຄອບຄົວ

7. ຄຳມ່ວນ 2 ຄົນ ແມ່ນແພດປະຈຳສູນປີ່ນປົວ ເກັບຕົວຢ່າງ ກ່ອນໄປຈຳກັດບໍລິເວນແລ້ວກວດພົບເຊື້ອ.

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...