spot_img
Homeຂ່າວຕ່າງປະເທດພະຍຸເຮັນຣີເຂົ້າພາກໃຕ້ນິວອິງແລນຂອງສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ

ພະຍຸເຮັນຣີເຂົ້າພາກໃຕ້ນິວອິງແລນຂອງສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ

Published on

ເວັບໄຊຂ່າວໄທຣັດລາຍງານ: ພະຍຸເຮີຣິເຄນເຮັນຣີໄດ້ອ່ອນກຳລັງລົງເປັນພະຍຸໂຊນຮ້ອນກ່ອນພັດເຂົ້າຖະຫຼົ່ມເຂດພາກໃຕ້ຂອງນິວອິງແລນ ຫຼື ບໍລິເວນຊາຍຝັ່ງທາງທິດຕາເວັນອອກສ່ຽງເໜືອຂອງສະຫະລັດອາເມລິກາ  ເຮັດໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງ, ຫຼ້າສຸດມີລາຍງານຜູ້ເສຍຊີວິດ 22 ຄົນ.

ພະຍຸດັ່ງກ່າວໄດ້ເຮັດໃຫ້ເກີດຝົນຕົກໜັກ ແລະ ນໍ້າຖ້ວມໃນຫຼາຍເຂດ ເຊິ່ງລັດເທນເນສຊີ ເປັນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍໜັກ ໂດຍມີລາຍງານຜູ້ເສຍຊີວິດ 22 ຄົນ ສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກນ້ອຍ ນອກນີ້ຍັງມີຜູ້ສູນຫາຍອີກຫຼາຍສິບຄົນ ຂະນະທີ່ລັດໂຣດໄອແລນກໍປະສົບກັບປັນຫາໄຟຟ້າດັບ ເຮັດໃຫ້ປະຊາຊົນ 100,000 ກວ່າຄົວເຮືອນບໍ່ມີໄຟຟ້າໃຊ້ ແລະ ເສັ້ນທາງຫຼາຍສາຍກໍຖືກຕັດຂາດ.

ປະທານາທິບໍດີ ໂຈ ໄບເດນ ໄດ້ຖະແຫຼງການວ່າ ທາງລັດຖະບານກາງຈະຮີບຮ້ອນໃຫ້ຄວາມຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໂດຍໄວ ພ້ອມປະກາດພາວະໄພພິບັດສຸກເສີນ ຕາມດ້ວຍແຜນຟື້ນຟູຄວາມເສຍຫາຍຈາກໄພທຳມະຊາດຄັ້ງນີ້.

ສູນເຮີຣີເຄນແຫ່ງຊາດສະຫະລັດລາຍງານເມື່ອວັນທີ 22 ສິງຫາວ່າ ພະຍຸເຮີຣິເຄນເຮັນຣີໄດ້ອ່ອນກຳລັງລົງເປັນພະຍຸໂຊນຮ້ອນ ຂະນະພັດເຂົ້າເມືອງເວສຕໍລີຂອງລັດໂຣດໄອແລນ ດ້ວຍຄວາມໄວລົມ 96 ກິໂລແມັດຕໍ່ຊົ່ວໂມງ, ຂະນະທີ່ປັດຈຸບັນພະຍຸໂຊນຮ້ອນເຮັນຣີ ເຄື່ອນຕົວດ້ວຍຄວາມໄວລົມ 64 ກິໂລແມັດຕໍ່ຊົ່ວໂມງຂະນະພັດຜ່ານລັດຄອນເນດທິຄັດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...