Homeຂ່າວພາຍ​ໃນເຈົ້າຄອງນະຄອນສັ່ງຫ້າມບຸກລຸກເຂດປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ

ເຈົ້າຄອງນະຄອນສັ່ງຫ້າມບຸກລຸກເຂດປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ

Published on

ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຄຳສັ່ງຫ້າມບຸກລຸກ ຫຼື ຫາກິນໃນເຂດປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍໃນຂອບເຂດນະຄອນຫຼວງວຽງຈັນ ທັງນີ້ກໍເພື່ອເປັນການປົກປັກຮັກສາ, ບູລະນະຟື້ນຟູລະບົບນິເວດຢູ່ເຂດປ່າສະຫງວນແຫ່ງດັ່ງກ່າວໃຫ້ມີຄວາມອຸດົມສົມບູນ ແລະ ສ້າງໃຫ້ກາຍເປັນຕົວເມືອງສີຂຽວ ຕາມນະໂຍບາຍ ສໍສີຂຽວ ຂອງນະຄອນຫຼວງວຽງຈັນວາງອອກ ທັງໃຫ້ບັນລຸຄາດໝາຍການສ້າງຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ.

ອີງຕາມແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ, ເລກທີ 013/ຈນວ, ລົງວັນທີ 18 ສິງຫາ 2021, ໂດຍໄດ້ອອກຄຳສັ່ງໃຫ້ດຳເນີນການລຶບລ້າງໃບອະນຸຍາດ, ພ້ອມທັງຍົກເລີກ, ຮື້ຖອນໂຮງງານເຟີນີເຈີ, ໂຮງເລື່ອຍ, ໂຮງງານໄມ້ປ່ອງ ຫຼື ທຸລະກິດກ່ຽວກັບໄມ້ທີ່ຕັ້ງຢູ່ໃນເຂດປ່າສະຫງວນ ແລະ ຂອບເຂດໃກ້ຄຽງ. ພ້ອມທັງຫ້າມຊື້-ຂາຍບັນດາອຸປະກອນເຄື່ອງມືຕ່າງໆກ່ຽວກັບການເລື່ອຍ, ການຊອຍ, ແລະ ການຕັດໄມ້ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ຖ້າຜູ້ໃດລະເມີດ ແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.

ຢ່າງໃດກໍຕາມ, ນອກຈາກການປົກປັກຮັກສາປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ ຍັງເພີ່ມທະວີການສະກັດກັ້ນ, ປ້ອງກັນການບຸກລຸກເຂດປ່າສະຫງວນແຫ່ງຊາດ, ການລັກລອບຕັດໄມ້ທຳລາຍປ່າ, ການເຄື່ອນຍ້າຍໄມ້, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການບຸກລຸກຈັບຈອງດິນເຂດປ່າສະຫງວນ, ບັນຫາໄຟໄໝ້ລາມປ່າ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ພື້ນທີ່ເຂດປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ ໃຫ້ຫຼຸດໜ້ອຍລົງ ແລະ ສາມາດແກ້ໄຂໄດ້ຢ່າງຂາດຕົວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...