spot_img
Homeຂ່າວກິລາຈາກົວ ເຣສຊິງ ຄວ້າຕໍາແໜ່ງຮອງແຊ້ມໃນລະດູການທີເຈັດຂອງອັນດັບທີມໃນການແຂ່ງຂັນຊິງຊ້ຽມໂລກ ABB FIA FORMULA E

ຈາກົວ ເຣສຊິງ ຄວ້າຕໍາແໜ່ງຮອງແຊ້ມໃນລະດູການທີເຈັດຂອງອັນດັບທີມໃນການແຂ່ງຂັນຊິງຊ້ຽມໂລກ ABB FIA FORMULA E

Published on

ຈາກົວ ເຣສຊິງ (Jaguar Racing) ຄວ້າຕໍາແໜ່ງຮອງແຊ້ມໃນລະດູການທີ່ເຈັດຂອງອັນດັບທີມໃນການແຂ່ງຂັນຊິງແຊ້ມໂລກ ABB FIA Formula E; ແຊມ ເບີດ (Sam Bird) ຊຶ່ງເປັນນັກແຂ່ງລົດຂອງ Jaguar Racing, ໂດຍສາມາດກ້າວກະໂດດຂື້ນຈາກອັນດັບທີ 15 ຈົນສາມາດຍາດໄດ້ອັນດັບທີ 7 ມາຄອບຄອງໃນເມືອງເບີລິນ.

ໜ້າເສຍດາຍສຳລັບ Mitch Evans ທີ່ບໍ່ສາມາດລົງແຂ່ງໄດ້ເນື່ອງຈາກລົດຂອງລາວເກີດຂໍ້ຜິດພາດທາງເຕັກນິກ.

ມິດຈ ອີວານ ນັກແຂ່ງຊາວນິວຊີແລນຄອບຄອງອັບດັບທີ 4 ໃນລະດູການທີ 7ຂອງການແຂ່ງຂັນຊິງແຊ້ມນັກແຂ່ງລົດລະດັບໂລກ ABB FIA Formula E ດ້ວຍຫ້າ ໂພດ້ຽມ, ຄະແນນຫ່າງຈາກຜູ້ຊະນະພຽງ 9 ແຕ້ມ

Sam Bird ນັກແຂ່ງຊາວອັງກິດ ຄອງອັນດັບທີ 6 ໃນການແຂ່ງຂັນຊິງຊະນະເລີດດ້ວຍການຊະນະ 2 ຄັ້ງ, 3 ໂພດ້ຽມ ແລະ 1 ຕໍາແໜ່ງ.

ເບີລິນ, ປະເທດ ເຢຍລະມັນ, 15 ສິງຫາ 2021 – Jaguar Racing ຈົບຢູ່ທີ່ຄວ້າຕໍາແໜ່ງຮອງແຊ້ມໃນລະດູການທີເຈັດ ຂອງອັນດັບທີມ ໃນການແຂ່ງຂັນຊິງແຊ້ມໂລກ ABB FIA Formula E ຫຼັງຈາກຈົບລະດູການ ທີ່ບໍ່ສາມາດຄາດເດົາໄດ້ ໃນວົງສະໜາມແຂ່ງ Berlin Tempelhof.

ລະດູການນີ້ເປັນລະດູການທີ່ປະສົບຜົນສໍາເລັດຫຼາຍທີ່ສຸດໃນແຄມເປນ Formula E ຫ້າປີ ຂອງ Jaguar Racing ດ້ວຍເຈັດ ໂພດ້ຽມ, ໄຊຊະນະສອງຄັ້ງ, ໜຶ່ງຕໍາແໜ່ງ ໂພລ ແລະ 177 ຄະແນນ. ທີມ ອັງກິດ ເສຍໄຊຊະນະຢ່າງຫວຸດຫວິດພຽງສີ່ຄະແນນຈາກທີມ  Mercedes EQ.

Mitch Evans, ນັກແຂ່ງນິວຊີແລນ ໄດ້ຄອງອັນດັບທີສີ່ໃນລະດູການທີເຈັດຂອງການແຂ່ງຂັນນັກແຂ່ງລົດຊິງແຊ້ມໂລກ ABB FIA Formula E ໂດຍຄວ້າໂພດ້ຽມ ໄດ້ ຫ້າໂພດ້ຽມໃຫ້ກັບທີມອັງກິດ. Sam Bird ຊຶ່ງເປັນເພີື່ອນຮ່ວມທີມ ໄດ້ຈົບຢູ່ທີ່ອັນດັບທີ 6 ໃນການແຂ່ງຂັນຊິງແຊ້ມນັກແຂ່ງລົດດ້ວຍໄຊຊະນະ 2 ຄັ້ງ, ສາມ ໂພດ້ຽມ ແລະ ໜຶ່ງຕໍາແໜ່ງ ໂພລ.

ການແຂ່ງຂັນຮອບສຸດທ້າຍຂອງການແຂ່ງຊິງແຊ້ມ ເລີ່ມຕົ້ນດ້ວຍຄວາມໜ້າເສຍດາຍ ສໍາລັບ Mitch Evans ຊຶ່ງເປັນນັກແຂ່ງລົດແຖວໜ້າ ແລະ ທີມງານ ເນື່ອງຈາກລົດແຂ່ງຂອງລາວມີເກີດຜິດພາດທາງດ້ານເຕັກນິກ ແລະ ບໍ່ໄດ້ອອກນອກສາຍດ້ວຍການເປັນ ຊຸບເປີ ໂພລ ຈາກກຸ່ມທີໜຶ່ງ ແລະ ຮອບຕັດເລືອກທີສາມ Kiwi ທີ່ສາມາດເຮັດໃຫ້ຕົວເອງຢູ່ໃນຕໍາແໜ່ງທີ່ສຸດຍອດໃນການຄອບຄອງຕໍາແໜ່ງນັກແຂ່ງຜູ້ຊະນະໄດ້.

Sam Bird, ນັກແຂ່ງໜຸ່ມອັງກິດ ໄດ້ຮັກສາຄະແນນອັນມີຄ່າ ແລະ ສາມາດຄອງຕໍາແໜ່ງໃນການລ່າແຕ້ມໃນການແຂ່ງຂັນຊິງແຊ້ມຂອງທີມ. ເຖິງແມ່ນວ່າ ຈະຜ່ານເຂົ້າຮອບໄດ້ຄ່ອນຂ້າງຍາກ, ດ້ວຍຄວາມພະຍາຍາມຂອງລາວກໍສາມາດເລື່ອນຂັ້ນຂຶ້ນມາເຖິງອັບດັບທີ 7 ໄດ້ສຳເລັດ.

James Barclay, ຜູ້ອໍານວຍການທີມ Jaguar Racing, ໄດ້ກ່າວວ່າ: “ໃນຖານະທີມງານ, ພວກເຮົາຢູ່ໃນຕໍ່າແໜ່ງທີ່ຈະຕໍ່ສູ້ ເພື່ອຊິງຊະນະເລີດລວມທັງນັກແຂ່ງ ແລະ ທີມໃນລະດູການນີ້ ແລະ ນັ້ນຄືສິ່ງທີ່ພວກເຮົາພາກພູມໃຈທີ່ສຸດ. ມັນເປັນຄວາມໜ້າເສຍດາຍຢ່າງໃຫຍ່ຫຼວງ ສໍາລັບ Mitch ໃນຕອນຈົບລະດູການ, ທີມງານໄດ້ເຮັດວຽກຢ່າງໜັກຕະຫຼອດລະດູການ ເພື່ອນໍາເອົານັກແຂ່ງ ແລະ ທີມ ຈາກົວ ເຣດຊິງ (Jaguar Racing) ຂອງພວກເຮົາ.

ລົງສູ່ສະໜາມແຂ່ງຂັນເພື່ອຊິງຊະນະເລີດ ມື້ນີ້ Sam ໄດ້ສ້າງຜົນງານອັນເປັນທີ່ພາກພູມໃຈໃນສະໜາມ ໂດຍການຄວ້າຕໍາແໜ່ງຮອງຊະນະເລີດມາໄດ້ 15 ຄັ້ງ ເພື່ອຮັກສາຕໍາແໜ່ງຮອງແຊັມໂລກຂອງທີມ ນັບວ່າເປັນລະດູການທີ່ດີທີ່ສຸດ ແລະ ພວກເຮົາມີການພັດທະນາຫຼາຍຂຶ້ນກວ່າແຕ່ກ່ອນຈາກ 7 ໂພດ້ຽມ ຊະນະ 2 ຄັ້ງ 1 ຕໍາແໜ່ງ ແລະ ຫ່າງຈາກນັກແຂ່ງຜູ້ຊະນະເລີດພຽງ 4 ຄະແນນເທົ່ານັ້ນນັບວ່າເປັນຄວາມສຳເລັດທີ່ໜ້າປະທັບໃຈ. ຂອບໃຈພັນທະມິດທາງການຄ້າຂອງພວກເຮົາທຸກຄົນທີ່ມີສ່ວນເຮັດໃຫ້ຄວາມສຳເລັດຂອງພວກເຮົາ ແລະ ຜູ້ຕິດຕາມທີ່ເຊື່ອໝັ້ນຕໍ່ພວກເຮົາຕະຫຼອດມາ, ຂໍສະແດງຄວາມຍິນດີກັບ Nyck de Vries and Mercedes ພວກເຂົາແຂ່ງຂັນກັນຢ່າງໜັກໜ່ວງ ແລະ ເຕັມທີ່ຈົນເຖິງທີ່ສຸດ, ພວກເຮົາຈະກັບມາຄວ້າຕໍາແໜ່ງ ແລະ ກ້າວໄປສູ່ຈຸດສູງສຸດໃນປີໜ້າໃຫ້ໄດ້.

Sam Bird, #10 ນັກແຂ່ງລົດ Jaguar Racing, ໄດ້ກ່າວວ່າ: “ເປັນມື້ທີ່ດີໃນການເຮັດວຽກຂອງຂ້ອຍ – ຂ້ອຍມີຄວາມສຸກຫຼາຍທີ່ໄດ້ເຂົ້າຮ່ວມສະໜາມແຂ່ງຂັນ ແລະ ຂ້ອຍຕັ້ງໃຈທີ່ຈະເຮັດໃຫ້ທີມບັນລຸເປົ້າໝາຍທີ່ວາງໄວ້. ຂ້ອຍເສຍດາຍໂອກາດຂອງ Mitch ທີ່ຢູ່ໃນເຫດການທີ່ດີທີ່ສຸດໃນມື້ນີ້, ທີມງານໄດ້ເຕັມທີ່ຕະຫຼອດປີ. ຂ້ອຍຂໍຂອບໃຈທຸກໆຄົນ ແລະ ຜູ້ຕິດຕາມທີ່ເປັນກຳລັງໃຈໃຫ້ພວກເຮົາສຳລັບທຸກຢ່າງໃນລະດູການນີ້. ພວກເຮົາລໍຖ້າການແຂ່ງຂັນໃນລະດູການໃຫມ່ທີ່ຈະເລີ່ມລະດູການທີ 2 ກັບ Jaguar ໃນ Formula E”.

Mitch Evans, #20 ນັກແຂ່ງລົດ Jaguar Racing, ໄດ້ກ່າວວ່າ: “ເຖິງແມ່ນວ່າພວກເຮົາຈະພົບບັນຫາໃນບາງຄັ້ງຫຼັງຈາກການເປີດໂຕລົດໃນມື້ນີ້ ມັນຈົບລົງກ່ອນທີ່ຈະເລີ່ມເຊິ່ງປັນເຫດການທີ່ບໍ່ຄາດຄິດສຳລັບປີນີ້ ຂ້ອຍຮູ້ສຶກເສຍໃຈຫຼາຍທີ່ທີມບໍ່ໄດ້ລົງແຂ່ງໃນມື້ນີ້ແຕ່ການທີ່ຈະໄດ້ອັນດັບ 2 ໃນການແຂ່ງຂັນຂອງທີມຍັງຄົງມີຄວາມກ້າວໜ້າຂຶ້ນເລື້ອຍໆ. ຂ້ອຍຢາກຈະຂອບໃຈທຸກຄົນທີ່ເຮັດວຽກຢ່າງເຕັມທີ່ທີ່ສຸດ. ພວກເຮົາຈະກັບມາແຂ່ງຂັນໃໝ່ໃນປີໜ້າຢ່າງເຕັມທີ່”.

ຈາກົວ ເຣສຊິງ (Jaguar Racing) ກະກຽມທີ່ຈະລົງແຂ່ງຂັນໃນລະດູການທີ 8 ຂອງການແຂ່ງຂັນ ABB FIA FORMULA E WORLD CHAMPIONSHIP ເຊິ່ງນັກແຂ່ງ ແລະ ທີມທຸກຄົນຈະສາມາດຕໍ່ສູ້ເພື່ອຍາດເອົາຄະແນນໃນສະໜາມ ແລະ ໄຊຊະນະໃຫ້ຫຼາຍຂຶ້ນກວ່າເກົ່າ ເຊິ່ງການແຂ່ງຂັນຈະເລີ່ມຂຶ້ນໃນວັນທີ 28-29 ມັງກອນ 2022 ທີ່ເມືອງ ດີຣີຢາ, ປະເທດ ຊາອຸດິ ອາຣາເບຍ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...