spot_img
Homeຂ່າວຕ່າງປະເທດສາມອ້າຍນ້ອງເສຍຊີວິດພ້ອມກັນ ຫຼັງຕິດຄ້າງຢູ່ຫຼຸມຝຸ່ນຄອກ ໃນລັດໂອໄຮໂອ

ສາມອ້າຍນ້ອງເສຍຊີວິດພ້ອມກັນ ຫຼັງຕິດຄ້າງຢູ່ຫຼຸມຝຸ່ນຄອກ ໃນລັດໂອໄຮໂອ

Published on

Fox News ລາຍງານ: ແກຣີ ວູບເກີ ໄວ 37 ປີ, ແບຣດ ວູບເກີ ໄວ 35 ປີ ແລະ ທອດດ໌ ວູບເກີ ໄວ 31 ປີ ສາມອ້າຍນ້ອງຈາກລັດໂອໄຮໂອ, ສະຫະລັດອາເມລິກາ ພົບເປັນສົບພາຍຫຼັງຕິດຄ້າງຢູ່ໃນຫຼຸມຝຸ່ນຄອກ ໃນຟາມຂອງພວກເຂົາ ໃນຊ່ວງກຳລັງພະຍາຍາມສ້ອມແປງປໍ້າລະລາຍຝຸ່ນ.

ເຈົ້າໜ້າທີ່ລາຍງານວ່າ ຜູ້ເຄາະຮ້າຍສາມລາຍໄດ້ຊ່ວຍກັນສ້ອມແປງປໍ້າລະລາຍຝຸ່ນທີ່ຢູ່ພື້ນຫຼຸມ ແຕ່ບໍ່ສາມາດຂຶ້ນມາຈາກຫຼຸມຝຸ່ນຄອກໄດ້ ແຕ່ເນື່ອງຈາກໃນຫຼຸມດັ່ງກ່າວມີອາຍພິດອັນຕະລາຍບາງຊະນິດ ເຊັ່ນ ໄຮໂດຣເຈນຊັນໄຟ, ມີເທນ, ຄາບອນມໍນອກໄຊດ໌ ແລະ ແອມໂມເນຍ ເຊິ່ງເປັນສານອັນຕະລາຍຕໍ່ລະບົບຫັນໃຈອັນເປັນສາເຫດເຮັດໃຫ້ສາມອ້າຍນ້ອງເສຍຊີວິດ.

ຫຼຸມຝຸ່ນຄອກເປັນເລື່ອງປົກກະຕິທີ່ສ້າງຂຶ້ນຢູ່ໃນຟາມລ້ຽງສັດຂະໜາດໃຫຍ່ ແລະ ນຳໃຊ້ເພື່ອກັກເກັບສິ່ງເສດເຫຼືອຕ່າງໆ ກ່ອນຈະກາຍເປັນຝຸ່ນສຳລັບນາເຂົ້າ ຫຼື ເຄື່ອງປູກອື່ນໆ ແຕ່ຫຼຸມດັ່ງກ່າວສາມາດຜະລິດອາຍພິດທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງມະນຸດໄດ້ເຊັ່ນກັນ.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...