spot_img
Homeຂ່າວຕ່າງປະເທດອົດສະຕຣາລີຂະຫຍາຍເວລາລັອກດາວຍ້ອນສາຍພັນເດລຕ້າລະບາດໃນຊິດນີ

ອົດສະຕຣາລີຂະຫຍາຍເວລາລັອກດາວຍ້ອນສາຍພັນເດລຕ້າລະບາດໃນຊິດນີ

Published on

ສຳນັກຂ່າວ Reuters ລາຍງານ: ທາງການອົດສະຕຣາລີໄດ້ເຕືອນປະຊາຊົນຊິດນີ, ລັດນິວເຊົາທ໌ເວວສ໌ ໃຫ້ກຽມພ້ອມຮັບມືກັບການລະບາດຂອງໂຄວິດ-19 ທີ່ອາດເພີ່ມສູງຂຶ້ນ ພາຍຫຼັງມີການລາຍງານການຕິດເຊື້ອໃນຊິດນີເຖິງ 500 ກວ່າຄົນໃນເວລາພຽງສອງວັນຕິດຕໍ່ກັນ ເຖິງແມ່ນຈະມີການປິດເມືອງຫຼາຍອາທິດເພື່ອປ້ອງກັນການລະບາດຂອງສາຍພັນເດລຕ້າກໍຕາມ.

ສະເພາະເມືອງຊິດນີມີລາຍງານຜູ້ຕິດເຊື້ອໂຄວິດ-19 ພາຍໃນ 24 ຊົ່ວໂມງເຖິງ 279 ຄົນ, ເສຍຊີວິດເພີ່ມ 1 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດໃນລັດນິວເຊົາທ໌ເວວສ໌ລວມເປັນ 22 ຄົນ. ປັດຈຸບັນຜູ້ຕິດເຊື້ອ ທີ່ກຳລັງປິ່ນປົວຢູ່ໂຮງໝໍໃນລັດນິວເຊົາທ໌ເວວສ໌ ມີ 304 ຄົນ, ຄົນເຈັບທີ່ມີອາການໜັກ 50 ຄົນ ແລະ ອີກ 22 ຄົນແມ່ນຕ້ອງການເຄື່ອງຊ່ວຍຫາຍໃຈ.

ຫຼ້າສຸດທາງການອົດສະຕຣາລີ ປະກາດຂະຫຍາຍເວລາລັອກດາວຕື່ມອີກໃນສາມເມືອງໃຫຍ່ຂອງປະເທດ ເຊັ່ນ: ຊິດນີ, ເມວເບິ້ນ ແລະ ບຣິສເບນ ເພື່ອປ້ອງກັນການແຜ່ລະບາດຂອງສາຍພັນເດລຕ້າ ບໍ່ໃຫ້ຂະຫຍາຍອອກສູ່ບໍລິເວນກວ້າງ.

ຢ່າງໃດກໍຕາມ, ອົດສະຕຣາລີຍັງໄດ້ອອກກົດໝາຍຄວບຄຸມຊາຍແດນຢ່າງເຂັ້ມງວດ ເຊິ່ງກຳນົດໃຫ້ປະຊາຊົນຍື່ນຄຳຮ້ອງຂໍອະນຸຍາດເດີນທາງອອກນອກປະເທດ ແລະ ຍັງມີການຈຳກັດຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດບໍ່ໃຫ້ເກີນ 3.000 ຄົນຕໍ່ອາທິດ ພ້ອມທັງມີການກັກໂຕໃຫ້ຄົບ 14 ວັນຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...