spot_img
Homeຂ່າວຕ່າງປະເທດສາຍພັນເດວຕ້າຍັງຮຸນແຮງຕໍ່ເນື່ອງ! ຍອດຜູ້ຕິດເຊື້ອໂຄວິດທົ່ວໂລກທະລຸ 200 ກວ່າລ້ານຄົນ

ສາຍພັນເດວຕ້າຍັງຮຸນແຮງຕໍ່ເນື່ອງ! ຍອດຜູ້ຕິດເຊື້ອໂຄວິດທົ່ວໂລກທະລຸ 200 ກວ່າລ້ານຄົນ

Published on

ສຳນັກຂ່າວ Reuters ລາຍງານ: ປັດຈຸບັນຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກພຸ່ງສູງຂຶ້ນກາຍ 200 ລ້ານຄົນແລ້ວ ເນື່ອງຈາກການກະຈາຍເຊື້ອຢ່າງໄວວາຂອງສາຍພັນເດວຕ້າ ໄດ້ເຂົ້າຄຸກຄາມຫຼາຍປະເທດທີ່ມີອັດຕາການເຂົ້າເຖິງວັກຊີນຕ້ານໂຄວິດໃນລະດັບຕໍ່າ.

ອີງຕາມຜົນການວິເຄາະຂອງຣອຍເຕີໄດ້ລະບຸວ່າ: ປະຊາກອນໂລກປະມານ 2.6% ຕິດເຊື້ອໂຄວິດ-19 ນັບແຕ່ເລີ່ມມີການລະບາດຄັ້ງທຳອິດ ແຕ່ຕົວເລກທີ່ແທ້ຈິງນັ້ນອາດສູງກວ່າ ເນື່ອງຈາກການກວດຫາເຊື້ອດັ່ງກ່າວມີຈຳນວນຈຳກັດໃນຫຼາຍປະເທດ, ຂະນະທີ່ຍອດຜູ້ປ່ວຍທີ່ຕິດເຊື້ອໂຄວິດໃນຈຳນວນ 100 ລ້ານກວ່າຄົນນັ້ນ ຕ້ອງໃຊ້ເວລາໜຶ່ງປີກວ່າຈິ່ງເຖິງຈຳນວນດັ່ງກ່າວ, ແຕ່ຍ້ອນການລະບາດຂອງສາຍພັນເດລຕ້າ ເຮັດໃຫ້ຍອດຜູ້ປ່ວຍເພີ່ມ 100 ກວ່າລ້ານຄົນໃນເວລາພຽງເຄິ່ງປີເທົ່ານັ້ນ.

ສຳລັບປະເທດທີ່ມີການລາຍງານຜູ້ປ່ວຍໂຄວິດ-19 ຫຼາຍກວ່າໝູ່ໂດຍສະເລ່ຍໃນ 7 ວັນ ລວມມີ ສະຫະລັດອາເມລິກາ, ເບຣຊິນ, ອິນໂດເນເຊຍ, ອິນເດຍ, ແລະ ອີຫຼ່ານ ໂດຍກວມເອົາ 38 ເປີເຊັນຂອງຈຳນວນຜູ້ຕິດເຊື້ອທົ່ວໂລກທີ່ໄດ້ລາຍງານໃນແຕ່ລະວັນ.

ຢ່າງໃດກໍຕາມ, ຈຳນວນຜູ້ປ່ວຍທີ່ເພີ່ມຂຶ້ນໃນທົ່ວໂລກ ກຳລັງສະແດງໃຫ້ເຫັນເຖິງຊ່ອງວ່າງຂອງການເຂົ້າເຖິງວັກຊີນປ້ອງກັນໂຄວິດ-19 ລະຫວ່າງປະເທດທີ່ຮັ່ງມີກັບທຸກຍາກ, ຂະນະທີ່ປະເທດທຸກຍາກຫຼາຍແຫ່ງຍັັງບໍ່ມີການສັກວັກຊີນໃຫ້ກັບພົນລະເມືອງຂອງຕົນແມ່ນແຕ່ເຂັມດຽວ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...