spot_img
Homeຂ່າວພາຍ​ໃນມື້ນີ້ລາວກວດພົບຜູ້ຕິດເຊື້ອໃນຊຸມຊົນ 6 ຄົນ, ນໍາເຂົ້າ 193 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອໃນຊຸມຊົນ 6 ຄົນ, ນໍາເຂົ້າ 193 ຄົນ

Published on

ຄະນະສະເພາະກິດລາຍງານມື້ນີ້ ສປປ ລາວກວດພົບຜູ້ຕິດເຊື້ອໃໝ່ ທັງໝົດເກືອບ 200 ຄົນ, ໃນນັ້ນ ຕິດເຊື້ອໃນຊຸມຊົນ 6 ຄົນ, ໃນຂະນະທີ່ມີຜູ້ເຂົ້າກວດວິເຄາະຫາເຊື້ອທັງໝົດ 2.298 ຄົນ.

ທ່ານ ດຣ.  ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກກ່າວໃນໂອກາດຖະແຫຼງຂ່າວມື້ນີ້ວ່າ: ຈໍານວນຜູ້ຕິດເຊື້ອໃນຊຸມຊົນລວມມີ 6 ຄົນ, ໃນນັ້ນ ນະຄອນຫຼວງມີຜູ້ຕິດເຊື້ອໃໝ່ 4 ຄົນ (ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຢູ່ເມືອງສັງທອງ), 1 ຄົນກວດພົບຢູ່ແຂວງຫຼວງນໍ້າທາ (ເປັນຄົນສັນຊາດຈີນ ທີ່ເດີນທາງມາຈາກນະຄອນຫຼວງ), ແລະ 1 ຄົນຢູ່ແຂວງຄຳມ່ວນ. ສຳລັບກໍລະນີນໍາເຂົ້າ ມີ 193 ຄົນ ຈາກ ນະຄອນຫຼວງ 7 ຄົນ, ບໍລິຄໍາໄຊ 1, ຄໍາມ່ວນ 15, ສະຫວັນນະເຂດ 111 ຄົນ, ສາລະວັນ 11 ແລະ ຈໍາປາສັກ 48 ຄົນ, ສ່ວນຫຼາຍແມ່ນກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ.

ກໍລະນີຕິດເຊື້ອໃນຊຸມຊົນຢູ່ແຂວງຄຳມ່ວນ 1 ຄົນ ແມ່ນເພດຍິງ, ອາຍຸ 23 ປີ, ບ້ານສຸກສະຫວັນ, ເມືອງທ່າແຂກ, ແຂວງຄຳມ່ວນ, ອາຊີບເສີບອາຫານ ຢູ່ຮ້ານອາຫານທີ່ສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ,​ ແຂວງບໍ່ແກ້ວ.

ປະຫວັດການເຄື່ອນໄຫວ:

  • ວັນທີ 7-11 ກໍລະກົດ 2021 ຜູ້ກ່ຽວຖືກຈຳກັດບໍລິເວນຢູ່ສູນ ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ,​ ຜົນກວດອອກມາ ບໍ່ພົບເຊື້ອໂຄວິດ-19​.
  • ວັນທີ 11 ກໍລະກົດ 2021 ເໝົາລົດຕູ້ ເດີນທາງມານະຄອນຫຼວງວຽງຈັນ ພ້ອມກັບໝູ່ 15 ຄົນ.
  • ວັນທີ 12 ກໍລະກົດ 2021​ ເດີນທາງມາຮອດນະຄອນຫຼວງວຽງຈັນ ແລະ ຈ້າງລົດຕຸກໆ ໄປຄິວລົດສາຍໃຕ້ ເລກທີ 13 ພ້ອມໝູ່ 3 ຄົນ (ບໍລິຄຳໄຊ 2 ຄົນ ແລະ ຄຳມ່ວນ 1 ຄົນ). ຫຼັງຈາກນັ້ນ ພວກກ່ຽວ ເດີນທາງຂຶ້ນລົດໂດຍສານ ສາຍນະຄອນຫຼວງວຽງຈັນ-ປາກເຊ ຈອດລົງບ້ານສາຍພາຍ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ.
  • ສະຖານທີ່ ທີ່ຜູ້ກ່ຽວເດີນທາງໄປ ຢູ່ເມືອງທ່າແຂກ, ແຂວງຄຳມ່ວນ:
  • ບ້ານສຸກສະຫວັນ (ວັນທີ 12 ກໍລະກົດ 2021)
  • ຕະຫຼາດຫຼັກ 2 (ວັນທີ 14 ກໍລະກົດ 2021)
  • ວັນທີ 26 ກໍລະກົດ 2021 ໄດ້ຮັບລາຍງານວ່າ ຜູ້ກ່ຽວເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນເພດຍິງ, ອາຍຸ 24 ປີ ຢູ່ບ້ານສາຍພາຍ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ ເຊິ່ງເດີນທາງມານຳກັນແຕ່ເມືອງຕົ້ນເຜິ້ງ,​ ແຂວງບໍ່ແກ້ວ.

ປັດຈຸບັນ, ສປປ ລາວມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6.765 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3.180 ຄົນ.

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)