spot_img
Homeຂ່າວຕ່າງປະເທດປະເທດອັງກິດໄດ້ເລີ່ມປົດລັອກດາວ ແລະ ປະຊາຊົນບໍ່ຈໍາເປັນຕ້ອງຮັກສາໄລຍະຫ່າງທາງສັງຄົມ ແຕ່ການຕິດເຊື້ອຍັງເພີ່ມສູງຂຶ້ນ

ປະເທດອັງກິດໄດ້ເລີ່ມປົດລັອກດາວ ແລະ ປະຊາຊົນບໍ່ຈໍາເປັນຕ້ອງຮັກສາໄລຍະຫ່າງທາງສັງຄົມ ແຕ່ການຕິດເຊື້ອຍັງເພີ່ມສູງຂຶ້ນ

Published on

ເວັບໄຊ້ Posttoday ໄດ້ລາຍງານວ່າ ໃນວັນທີ 19 ກໍລະກົດ 2021 ທີ່ຜ່ານມາ ລັດຖະບານຂອງປະເທດອັງກິດໄດ້ປະກາດປົດລັອກດາວ ແລະ ມາດຕະການການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍເອີ້ນວ່າ ມື້ແຫ່ງເສລີພາບ (Freedom day) ເຖິງແມ່ນວ່າຈໍານວນຜູ້ຕິດເຊື້ອຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ ເຊິ່ງທາງດ້ານຜູ້ຊ່ຽວຊານໄດ້ເຕືອນວ່າການຜ່ອນຄາຍມາດຕະການຄັ້ງນີ້ອາດຈະສົ່ງຜົນເຮັດໃຫ້ມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເຖິງ 200,000 ຄົນຕໍ່ມື້.

ການຜ່ອນຄາຍມາດຕະການດັ່ງກ່າວຈະສົ່ງຜົນໃຫ້ປະຊາຊົນສາມາດສາມາດພົບກັນໂດຍບໍ່ຈໍາກັດຈໍານວນ, ສາມາດກັບໄປເຮັດວຽກໄດ້ຕາມປົກກະຕິ, ຍົກເລີກມາດຕະການຮັກສາໄລຍະຫ່າງທາງສັງຄົມ ແລະ ການບັງຄັບໃສ່ຜ້າປິດປາກ ໄປຈົນເຖິງສະຖານບັນເທິງ ແລະ ໂຮງຮູບເງົາກໍກັບມາເປີດບໍລິການໄດ້ປົກກະຕິ ລວມໄປເຖິງປະຊາຊົນທີ່ເດີນທາງໄປຍັງປະເທດກຸ່ມສີເຫລືອງ ສາມາດກັບເຂົ້າປະເທດໂດຍບໍ່ຕ້ອງກັກໂຕຖ້າຫາກສັກວັກຊີນຄົບແລ້ວ 

ເຖິງແມ່ນວ່າຈະມີຄວາມສ່ຽງສູງທີ່ຜູ້ຕິດເຊື້ອຈະເພີ່ມຂຶ້ນ ແຕ່ການວິໄຈຂອງກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລແຄມບິດໄດ້ຊີ້ແຈງວ່າການເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ອາການເຈັບປ່ວຍຮຸນແຮງລວມເຖິງການເສຍຊີວິດຈາກໂຄວິດ-19 ໃນປະເທດອັງກິດນັ້ນຫຸດລົງເປັນຈໍານວນຫລາຍ ເນື່ອງຈາກມີການສັກວັກຊີນທີ່ວ່ອງໄວ ແລະ ຄອບຄຸມຫລາຍພື້ນທີ່.

ໂດຍໃນຂະນະນີ້ມີປະຊາຊົນອາຍຸ 18 ປີຂຶ້ນໄປເກືອບ 50 ລ້ານຄົນ ຫລື ປະມານ 88% ໄດ້ຮັບຮັບວັກຊີນຢ່າງຕໍ່າ 1 ເຂັມ ແລະ ອີກ 35 ລ້ານຄົນ ຫລື  86% ແມ່ນໄດ້ຮັບວັກຊີນຄົບສອງເຂັມແລ້ວ ແລະ ທາງລັດຖະບານໄດ້ຕັ້ງເປົ້າການສັກວັກຊີນໃຫ້ຜູ້ໃຫຍ່ໃຫ້ຄົບ 100% ພາຍໃນເດືອນກັນຍານີ້.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...