spot_img
Homeຂ່າວພາຍ​ໃນອະດີດຜົວຍິງເມຍ ແລະ ນ້ອງເມຍເສຍຊີວິດ ຖືກຈັບແລ້ວ!

ອະດີດຜົວຍິງເມຍ ແລະ ນ້ອງເມຍເສຍຊີວິດ ຖືກຈັບແລ້ວ!

Published on

ເຈົ້າໜ້າທີ່ຕຳຫຼວດສາມາດຈັບກຸມອະດີດຜົວຍິງເມຍ ແລະ ນ້ອງເມຍຈົນເສຍຊີວິດຄາທີ່ ພາຍຫຼັງເອົາຕົວຫຼົບໜີພຽງວັນດຽວຈາກການກໍ່ເຫດຄາຕະກຳສະເທືອນຂວັນ ທີ່ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນວັນທີ 19 ກໍລະກົດຜ່ານມາ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ທາງເຈົ້າໜ້າທີ່ຕຳຫຼວດໄດ້ລົງກວດກາສະຖານທີ່ເກີດເຫດພາຍຫຼັງໄດ້ຮັບແຈ້ງຂໍ້ມູນ ແລະ ໄດ້ພົບຜູ້ເສຍຊີວິດຈາກການຖືກຍິງຫຼາຍນັດ 2 ສົບ ຮູ້ຊື່ພາຍຫຼັງຄື ນາງ ອັກປະລິນຍາ ເຜົ່າສີວົງສາ ຫຼື ກີ້, ອາຍຸ 26 ປີ, ອາຊີບ ຄ້າຂາຍ ແລະ ນາງ ລາລິຕາ ເຜົ່າສີວົງສາ, ອາຍຸ 24 ປີ ອາຊີບຄ້າຂາຍ ເຊິ່ງທັງ 2 ເປັນເອື້ອຍນ້ອງກັນ. ພ້ອມກັນນັ້ນ, ກໍພົບຜູ້ບາດເຈັບ 1 ຄົນ ຄື ນາງ ປະກິດ ເຜົ່າສີວົງສາ, ອາຍຸ 55 ປີ ອາຊີບຄ້າຂາຍ ເຊິ່ງເປັນແມ່ຂອງຜູ້ເຄາະຮ້າຍ.

ຄາຕະກອນລາຍນີ້ຊື່ ທ້າວ ພຸດທະກອນ ຊາພັກດີ (ຕ້ອມ) ອະດີດສາມີຂອງນາງ ອັກປະລິນຍາ ໜຶ່ງໃນຜູ້ເຄາະຮ້າຍ, ອາຍຸ 32 ປີ, ອາຊີບກຳມະກອນ, ອາໄສຢູ່ບ້ານທົ່ງກາງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຖືກຈັບກຸມໃນມື້ວານນີ້ພາຍຫຼັງພະຍາຍາມຫຼົບໜີຈາກເຈົ້າໜ້າທີ່.

ອີງຕາມຄຳໃຫ້ການຂອງ ນາງ ປະກິດ (ແມ່ຂອງຜູ້ເສຍຊີວິດ) ຮູ້ວ່າ ຜູ້ກໍ່ເຫດລົງມືຄັ້ງນີ້ ແມ່ນອະດີດລູກເຂີຍຂອງຕົນ ເຊິ່ງໄດ້ແຕ່ງດອງກັບນາງ ອັກປະລິນຍາ (ຜູ້ເສຍຊີວິດ) ໃນປີ 2017 ແລະ ມີລູກນຳກັນ 2 ຄົນ (ເພດຊາຍ) ອາຍຸ 3 ປີ ປາຍ ແລະ 1 ປີປາຍ. ໃນໄລຍະທັງສອງໃຊ້ຊີວິດເປັນຄູ່ຜົວເມຍ, ຜູ້ເປັນຜົວໄປພົວພັນກັບຢາເສບຕິດ, ຕິດການພະນັນທາງອອນລາຍ ແລະ ເຄີຍມີປາກສຽງໃຊ້ຄວາມຮຸນແຮງກັບເມຍເປັນປະຈໍາ. ມາຮອດເດືອນ ກຸມພາ 2020 ຜູ້ເປັນເມຍທົນຕໍ່ການກະທຳຂອງຜົວບໍ່ໄດ້ ຈິ່ງໄດ້ຮ້ອງຟ້ອງຂໍຢ່າຮ້າງ ຢູ່ສານປະຊາຊົນເຂດ 3 ນະຄອນຫຼວງ. ຕົກມາຮອດ ວັນທີ 19 ກໍລະກົດ 2021 ເວລາປະມານ 8:30 ໂມງ ທັງສອງຄົນພ້ອມດ້ວຍຍາດພີ່ນ້ອງໄດ້ພາກັນໄປຟັງຄຳຕັດສິນຂອງສານກ່ຽວກັບການລ້ຽງດູລູກທັງ 2 ຄົນ, ສານປະຊາຊົນວິນິດໄສ ໃຫ້ນາງ ອັກປະລິນຍາ ຫຼື ກີ້ (ຜູ້ເສຍຊີວິດ) ໄດ້ສິດຄຸ້ມຄອງ ແລະ ລ້ຽງດູລູກທັງ 2 ຄົນ, ສ່ວນທ້າວ ພຸດທະກອນ ຫຼື ຕ້ອມ (ຜູ້ເປັນພໍ່) ບໍ່ມີສິດຄຸມຄອງລູກແຕ່ມີພັນທະໃນການລ້ຽງດູຮອດ 18 ປີ ທັງສາມາດໄປມາຫາສູ່ໄດ້.

ຢ່າງໃດກໍຕາມ, ປັດຈຸບັນທາງເຈົ້າໜ້າທີ່ກຳລັງດຳເນີນການສືບສວນສອບສວນຫາສາເຫດຈູງໃຈເພີ່ມຕື່ມໃນການລົງມືກໍ່ເຫດສະຫຍອງຂວັນຂອງຄາຕະກອນຄັ້ງນີ້.

ຂໍ້ມູນຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...