Homeຂ່າວຕ່າງປະເທດ60 ກວ່າຄົນເສຍຊີວິດຈາກນໍ້າຖ້ວມຄັ້ງໃຫຍ່ໃນເຢຍລະມັນ ແລະ ແບນຊິກ

60 ກວ່າຄົນເສຍຊີວິດຈາກນໍ້າຖ້ວມຄັ້ງໃຫຍ່ໃນເຢຍລະມັນ ແລະ ແບນຊິກ

Published on

BERLIN News ລາຍງານວ່າ: ເຫດການອຸທົກກະໄພຄັ້ງໃຫຍ່ໃນຮອບສະຕະວັດໄດ້ໄຫຼພັດເຂົ້າຖ້ວມຫຼາຍໝູ່ບ້ານເຂດພື້ນທີ່ເອີຣົບຕາເວັນຕົກ ໃນວັນທີ 15 ກໍລະກົດ ເຮັດໃຫ້ມີລາຍງານຜູ້ເສຍຊີວິດແລ້ວ 67 ຄົນ ອີກ 1,300 ກວ່າຄົນສູນຫາຍໂດຍທີ່ຍັງບໍ່ຮູ້ຊາຕາກຳ.

ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນໃນເຂດພື້ນທີ່ເອີຣົບຕາເວັນຕົກ ເຊິ່ງໄດ້ຂ້າຊີວິດປະຊາຊົນຊາວເຢຍລະມັນຜູ້ບໍລິສຸດຢ່າງໜ້ອຍ 58 ລາຍ, ແລະແບນຊິກອີກ 9 ລາຍ ຂະນະທີ່ຍັງມີຜູ້ສູນຫາຍອີກຫຼາຍຮ້ອຍຄົນໂດຍທີ່ຍັງບໍ່ຮູ້ຊາຕາກຳ ເນື່ອງຈາກການຕິດຕໍ່ເກີດອຳມະພາດ, ຖະໜົນຫົນທາງຖືກຕັດຂາດພ້ອມກາຍເປັນທະເລຂະໜາດໃຫຍ່, ບ້ານເຮືອນຖືກພັດຖະຫຼົ່ມ. ເຫດການນີ້ຍັງສົ່ງຜົນກະທົບເຖິງປະເທດອ້ອມຂ້າງນຳອີກ ເຊັ່ນ ໂຮນລັງ, ລຸກຊຳບວກ ແລະ ສະວິດເຊີແລນ ເຊິ່ງທາງການໄດ້ອອກແຈ້ງເຕືອນເຝົ້າລະວັງໃນຫຼາຍພູມີພາກຂອງຝຣັ່ງເສດ.

ປັດຈຸບັນເຈົ້າໜ້າທີ່ກູໄພຫຼາຍກວ່າພັນຄົນກຳລັງເຮັດວຽກຢ່າງໜັກໃນການພະຍາຍາມເຂົ້າຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ໂດຍມີການອົບພະຍົບປະຊາຊົນໄປສູ່ເຂດປອດໄພ ເນື່ອງຈາກຝົນຍັງຕົກໜັກຂຶ້ນ ອາດເຮັດໃຫ້ປະລິມານນໍ້າສູງຂຶ້ນ ແລະ ອາດກະທົບຕໍ່ເຂື່ອນບາງແຫ່ງນໍາອີກ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...