spot_img
Homeຂ່າວຕ່າງປະເທດພະແນກປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນອີຣັກຖືກໄຟໄໝ້ ຍ້ອນຖັງອົກຊີລະເບີດ

ພະແນກປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນອີຣັກຖືກໄຟໄໝ້ ຍ້ອນຖັງອົກຊີລະເບີດ

Published on

ຈາກການລາຍງານຂອງເວັບໄຊ້ Posttoday ໄດ້ເກີດເຫດໄຟໄໝ້ໃນບໍລິເວນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ໂຮງໝໍ ອັລຮຸສເຊນ ເມືອງນາຊິຣິຍາ ປະເທດອີຣັກ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 52 ຄົນ ແລະ ມີຜູ້ບາດເຈັບ 22 ຄົນ ໂດຍເບື້ອງຕົ້ນຄາດວ່າສາເຫດເກີດມາຈາກຖັງອົກຊີລະເບີດ.

ທ່ານເຮດາ ອັລ-ຊາມິລີ ໂຄສົກຂອງໜ່ວຍງານສາທາລະນະສຸກໃນທ້ອງຖິ່ນລະບຸວ່າເຈົ້າໜ້າທີ່ຍັງຄົງດໍາເນີນການຄົ້ນຫາຕໍ່ໄປ ໂດຍຄາດວ່າອາດຈະຍັງມີຜູ້ຕິດຢູ່ພາຍໃນອາຄານ ໂດຍພະແນກດັ່ງກ່າວມີຕຽງເພື່ອຮອງຮັບຜູ້ຕິດເຊື້ອ 70 ຕຽງ. ສ່ວນທາງດ້ານຜູ້ອໍານວຍການຂອງໂຮງໝໍແມ່ນຖືກສັ່ງພັກວຽກ ແລະ ໄດ້ມີການຄວບຄຸມໂຕຫົວໜ້າຝ່າຍສາທາລະນະສຸກ ແລະ ຫົວໜ້າໜ່ວຍປ້ອງກັນໄພຂອງໂຮງໝໍໄປສອບສວນຂໍ້ມູນ.

ທາງດ້ານາຍົກລັດຖະມົນຕີຂອງອີຣັກໄດ້ມີການປະຊຸມສຸກເສີນກັບຄະນະລັດຖະມົນຕີ ແລະ ຫົວໜ້າຝ່າຍຄວາມໝັ້ນຄົງເພື່ອຄົ້ນຫາສາເຫດຂອງການເກີດເຫດໄຟໄໝ້ ພ້ອມທັງສົ່ງຄວາມຊ່ວຍເຫຼືອທາງດ້ານການແພດເຂົ້າໄປຊ່ວຍ ແລະ ໃນຂະນະດຽວກັນປະຊາຊົນ ລວມເຖິງພີ່ນ້ອງຂອງຜູ້ເສຍຊີວິດໄດ້ອອກມາປະທ້ວງຢູ່ບໍລິເວນທາງນອກຂອງໂຮງໝໍເພື່ອຮຽກຮ້ອງໃຫ້ເຈົ້າໜ້າທີ່ລະດັບສູງຂອງໂຮງໝໍລາອອກ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...