spot_img
Homeຂ່າວຕ່າງປະເທດດິນມາ ຣຸສເຊບ ຄອງຕຳແໜ່ງປະທານາທິບໍດີຍິງຂອງເບຣຊິນ ອີກໜຶ່ງສະໄໝ

ດິນມາ ຣຸສເຊບ ຄອງຕຳແໜ່ງປະທານາທິບໍດີຍິງຂອງເບຣຊິນ ອີກໜຶ່ງສະໄໝ

Published on

575007-01

 

ຜົນການເລືອກຕັ້ງຜູ້ນຳເບຣຊິນຢ່າງເປັນທາງການ ປະທານາທິບໍດີຍິງ ດິນມາ ຣຸສເຊບ ຄອງຕຳແໜ່ງອີກໜຶ່ງສະໄໝ

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລານີ້ວ່າ ຜົນການນັບຄະແນນເລືອກຕັ້ງປະທານາທິບໍດີຂອງເບຣຊິນ

ໄດ້ອອກມາຢ່າງເປັນທາງການ ໂດຍປະກົດວ່າ ທ່ານ ນາງ ດິນມາ ຣຸສເຊບ ໄດ້ຄອງຕຳແໜ່ງເປັນປະມຸກຂອງລັດອີກຄັ້ງ

ຫລັງຈາກໄດ້ຄະແນນ 51% ຈາກຜູ້ລົງຄະແນນສຽງທັງໝົດ ເອົາຊະນະຄູ່ແຂ່ງຢ່າງ ເອຄຶໂອ ເນເວສ ທີ່ໄດ້ພຽງ 48%.

 

ທັງນີ້ ກ່ອນໄດ້ຮັບໄຊຊະນະໃນການເລືອກຕັ້ງ ຜູ້ນຳຍິງຂອງເບຣຊິນຄົນນີ້ ໄດ້ຜ່ານການປະເຊີນກັບຂໍ້ກ່າວຫາທີ່ກ່ຽວກັບ

ການສໍ້ລາດບັງຫລວງ ແລະ ການປະທ້ວງຕ້ານການເປັນເຈົ້າພາບບານໂລກ ແລະ ສະຫວັດດີການຂອງປະເທດທີ່ຕົກ

ຕ່ຳອີກດ້ວຍ.

 

ຢ່າງໃດກໍຕາມ ໄຊຊະນະຄັ້ງດັ່ງກ່າວນີ້ ໄດ້ເຮັດໃຫ້ທ່ານ ນາງ ຣຸສເຊບ ຄອງຕຳແໜ່ງປະທານາທິບໍດີຂອງເບຣຊິນອີກສະ

ໄໝໜຶ່ງ ນັບຕັ້ງແຕ່ຖືກເລືອກຕັ້ງດຳລົງຕຳແໜ່ງນີ້ມາແລ້ວໃນປີ 2010.

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...