Homeຂ່າວຕ່າງປະເທດໂຄວິດເປັນເຫດ! ຍີ່ປຸ່ນປະກາດສະຖານະການສຸກເສີນຫ້າມຄົນເຂົ້າຊົມໂອລິມປິກ

ໂຄວິດເປັນເຫດ! ຍີ່ປຸ່ນປະກາດສະຖານະການສຸກເສີນຫ້າມຄົນເຂົ້າຊົມໂອລິມປິກ

Published on

Tokyo: ເນື່ອງຈາກຈຳນວນຜູ້ປ່ວຍໂຄວິດ-19 ເພີ່ມຂຶ້ນພາຍໃນປະເທດ ເປັນເຫດບີບໃຫ້ລັດຖະບານຍີ່ປຸ່ນຕັດສິນໃຈປະກາດສະຖານະການສຸກເສີນ ອັນໄດ້ກະທົບບໍ່ໜ້ອຍຕໍ່ການເຂົ້າຊົມງານແຂ່ງຂັນກີລາໂອລິມປິກເຊິ່ງຈະຈັດຂຶ້ນໃນນະຄອນຫຼວງໂຕກຽວໃນວັນທີ 23 ທີ່ຈະມາເຖິງນີ້.

ງານແຂ່ງຂັນກີລາໂອລິມປິກ ມີກຳນົດເລີ່ມວັນທີ 23 ກໍລະກົດຈົນເຖິງວັນທີ 8 ສິງຫາ ແຕ່ເນື່ອງຈາກຈຳນວນຜູ້ປ່ວຍໂຄວິດ-19 ພາຍໃນປະເທດມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ລັດຖະບານຍີ່ປຸ່ນຈຳເປັນຕ້ອງປະກາດສະຖານະການສຸກເສີນ ເຊິ່ງຂະນະນີ້ທາງຄະນະຜູ້ຈັດງານກີລາໂອລິມປິກໄດ້ປະກາດຫ້າມບໍ່ໃຫ້ປະຊາຊົນເຂົ້າຊົມການແຂ່ງຂັນໃນພາກສະໜາມແລ້ວ.

ທ່ານ ໂຍຊິຮິເດະ ຊູກະ, ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນກ່າວວ່າ: ສາຍພັນເດລຕ້າ ໄດ້ເປັນຕົວແປພາໃຫ້ເກີດມີການແຜ່ລະບາດຂອງໂຄວິດ-19 ພາຍໃນປະເທດຢ່າງວ່ອງໄວ, ແຕ່ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງສາຍພັນດັ່ງກ່າວບໍ່ໃຫ້ຂະຫຍາຍຕົວເປັນວົງກວ້າງ ຈິ່ງຈຳເປັນຕ້ອງມີການຍົກລະດັບມາດຕະການປ້ອງກັນ ແລະ ຄວບຄຸມໄວຣັສໂດຍດ່ວນ.

IOC ກ່າວວ່າ: ເຖິງແມ່ນຈະມີການປະກາດສະຖານະການສຸກເສີນ ແຕ່ກໍບໍ່ໝາຍຄວາມການແຂ່ງຂັນກີລາໂອລິມປິກຈະຢຸດຕິລົງ ແຕ່ສະຖານະການດັ່ງກ່າວອາດນຳໄປສູ່ຂໍ້ຈຳກັດທີ່ເຂັ້ມງວດສຳລັບຜູ້ເຂົ້າຊົມງານ ເຊິ່ງຄາດວ່າອາດມີຜູ້ເຂົ້າຊົມສູງເຖິງ 10 ພັນຄົນ ຫຼື ເຄິ່ງໜຶ່ງຂອງຄວາມຈຸທັງໝົດຂອງສະໜາມກີລາ.

ກ່ອນໜ້ານີ້ໄດ້ມີການສຳຫຼວດຄວາມເປັນໄປໄດ້ໃນການອະນຸຍາດໃຫ້ມວນຊົນທ້ອງຖິ່ນສາມາດເຂົ້າຊົມງານແຂ່ງຂັນກີລາໂອລິມປິກພາຍໃນສະໜາມ. ແຕ່ສະຖານະການສຸກເສີນທີ່ຈະດຳເນີນການຍາວຮອດ 6 ອາທິດນັ້ນ ເຮັດໃຫ້ແຜນການດັ່ງກ່າວຖືກຍົກເລີກ.

ທ່ານ ຍູຣິໂກະ ໂຄອິເກະ, ເຈົ້າຄອງນນະຄອນໂຕກຽວ ກ່າວວ່າ: ຫຼາຍຄົນຕ່າງກໍຕັ້ງໃຈລໍຖ້າຊົມງານແຂ່ງຂັນຄັ້ງຍິ່ງໃຫຍ່ນີ້ ແຕ່ແລ້ວກໍຕ້ອງຜິດຫວັງໄປຕາມໆກັນ ແຕ່ເພື່ອປ້ອງກັນບໍ່ໃຫ້ປັນຫາຈາກການແຜ່ລະບາດຂອງພະຍາດໂຄວິດທີ່ອາດຈະເກີດຂຶ້ນ, ຫວັງວ່າປະຊາຊົນຈະເຂົ້າໃຈ ແລະເຕັມໃຈທີ່ຈະນັ່ງຊົມງານແຂ່ງຂັນທາງໂທລະພາບໃນບ້ານເຮືອນຂອງໃຜລາວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...