Homeຂ່າວຕ່າງປະເທດທຣັມຟ້ອງ Facebook, Google, Twitter ອ້າງຖືກຫ້າມໃຊ້ໂຊຊຽວມີເດຍ

ທຣັມຟ້ອງ Facebook, Google, Twitter ອ້າງຖືກຫ້າມໃຊ້ໂຊຊຽວມີເດຍ

Published on

Business Insider: ອະດີດປະທານາທິບໍດີ ໂດນັນ ທຣັມ ໄດ້ຍື່ນຟ້ອງບໍລິສັດຍັກໃຫຍ່ທີ່ໃຫ້ບໍລິການດ້ານເຕັກໂນໂລຊີ ເຊັ່ນ  ເຟສບຸກ, ກູເກິນ ແລະ ທວິດເຕີ ພ້ອມມຸ່ງເປົ້າສູ່ການຟ້ອງຮ້ອງບັນດາຊີອີໂອຂອງບໍລິສັດທັງ 3 ແຫ່ງ ໂດຍອ້າງເຫດຜົນວ່າຖືກລະງັບການໃຊ້ງານບັນຊີໂຊຊຽວມີເດຍ ພ້ອມຕົກເປັນເຫຍື່ອຂອງການເຊັນເຊີຜູ້ໃຊ້.

ການຍື່ນຟ້ອງດັ່ງກ່າວໄດ້ດຳເນີນການໃນເຂດທາງພາກໃຕ້ຂອງລັດຟລໍຣີດາ ພາຍຫຼັງທີ່ທຣັມຖືກລະງັບການໃຊ້ງານບັນຊີໂຊຊຽວມີເດຍທັງເຟສບຸກ, ທວິດເຕີ ແລະ ກູເກິນ ເນື່ອງຈາກສ່ຽງຕໍ່ຄວາມຮຸນແຮງພາຍຫຼັງເກີດການຈໍລະຈົນ ເມື່ອວັນທີ 6 ມັງກອນຜ່ານມາ ເມື່ອກຸ່ມຜູ້ສະໜັບສະໜູນທຣັມ ໄດ້ລຸກຮື້ຂຶ້ນປະທ້ວງພ້ອມເຂົ້າບຸກຢຶດເອົາອາຄານຂອງລັດຖະສະພາ ຍ້ອນບໍ່ພໍໃຈຜົນການເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາ.

“ຄະດີຂອງພວກເຮົາຈະພິສູດໃຫ້ໂລກຮູ້ວ່າ ການເຊັນເຊີນີ້ຜິດກົດໝາຍ, ຂັດຕໍ່ລັດຖະທຳມະນູນ ແລະຍັງບໍ່ມີຄວາມເປັນອາເມລິກາຢ່າງສົມບູນແບບ” ທຣັມກ່າວ.

ການລະບາດໃຫຍ່, ຄວາມບໍ່ສະຫງົບທາງສັງຄົມ ບວກກັບການເລືອກຕັ້ງປະທານາທິບໍດີໃນປີ 2020 ໄດ້ສ້າງຄວາມກົດດັນຈາກສາທາລະນະຊົນຕໍ່ບັນດາໂຊຊຽວເນັດເວີກ ພ້ອມຮຽກຮ້ອງໃຫ້ມີການຄັດຈ້ອນບັນດາເນື້ອຫາທີ່ພວກເຂົາຕ້ອງໄດ້ຄວບຄຸມເທິງແພລດຟອມ ເປັນເຫດເຮັດໃຫ້ຫຼາຍບໍລິສັດເລີ່ມດຳເນີນການກີດກັ້ນໂພສຂອງທຣັມໃນຊ່ວງກາງປີ 2020 ຂະນະທີ່ທວິດເຕີກໍໄດ້ເພີ່ມປ້າຍເຕືອນໃສ່ໃນທວິດຂອງທຣັມ.

ອະດີດປະທານາທິບໍດີທຣັມ ພ້ອມດ້ວຍພັກຣີພັບຣີກັນຄົນອື່ນໆ ໄດ້ພາກັນວິຈານແພລດຟອມຂອງບັນດາບໍລິສັດຍັກໃຫຍ່ທີ່ໃຫ້ບໍລິການດ້ານເຕັກໂນໂລຊີ, ເຮັດໃຫ້ກະແສວິພາກວິຈານເພີ່ມທະວີຄູນຂຶ້ນ ໂດຍອ້າງວ່າເປັນການເລືອກປະຕິບັດຕໍ່ຜູ້ໃຊ້.

ຫຼ້າສຸດ, ທັງທວິດເຕີ ແລະ ເຟສບຸກ ກໍພາກັນລະງັບບົດບາດຂອງທຣັມ, ຂະນະທີ່ ທວິດເຕີ ໄດ້ສັ່ງຫ້າມບໍ່ໃຫ້ທຣັມເຂົ້າໃຊ້ທວິດໂດຍບໍ່ມີກຳນົດ ເຖິງແມ່ນທຣັມຈະຕັດສິນໃຈລົງສະໝັກເລືອກຕັ້ງໃໝ່ໃນປີ 2024 ກໍຕາມ, ສ່ວນເຟສບຸກກໍລະງັບການເຂົ້າໃຊ້ຂອງທຣັມຈົນຮອດເດືອນມັງກອນ 2023.

ທຣັມຍັງຮ້ອງຂໍໃຫ້ສານກຳນົດຄ່າເສຍຫາຍ ເພື່ອເປັນແນວທາງໃນການລົງໂທດກັບບໍລິສັດເຕັກໂນໂລຊີດັ່ງກ່າວ. ຢ່າງໃດກໍຕາມ, ໃນຊ່ວງຫຼາຍປີກ່ອນ ອະດີດປະທານາທິບໍດີຄົນນີ້ກໍເຄີຍຂູ່ວ່າຈະດຳເນີນການຮ້ອງຟ້ອງດຳເນີນຄະດີກັບຫຼາຍບໍລິສັດ ທັງທີ່ມີການຍື່ນຟ້ອງຕົວຈິງພຽງຈຳນວນໜ້ອຍດຽວເທົ່ານັ້ນ.

 

ບົດຄວາມຫຼ້າສຸດ

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...