spot_img
Homeຂ່າວພາຍ​ໃນເງິນກີບອ່ອນຄ່າທຽບສະກຸນເງິນຕາຕ່າງປະເທດ

ເງິນກີບອ່ອນຄ່າທຽບສະກຸນເງິນຕາຕ່າງປະເທດ

Published on

ເງິນກີບລາວຍັງຄົງອ່ອນຄ່າລົງຢ່າງຕໍ່ເນື່ອງ ເມື່ອທຽບກັບສະກຸນເງິນຕາຕ່າງປະເທດ ໂດຍສະເພາະກໍແມ່ນເງິນບາດ ແລະ ເງິນໂດລາສະຫະລັດ, ສົ່ງຜົນໃຫ້ຄ່າຄອງຊີບຖີບຕົວສູງຂຶ້ນທ່າມກາງການລະບາດຂອງພະຍາດ Covid-19.

ໃນຊ່ວງຫຼາຍເດືອນຜ່ານມາ, ການເກີດສະພາວະສະພາບຄ່ອງທາງດ້ານເສດຖະກິດທີ່ບໍ່ກໍ້າເກິ່ງກັນ ເປັນຜົນເຮັດໃຫ້ເກີດມີຊ່ອງວ່າງໃນຕະຫຼາດແລກປ່ຽນເງິນຕາພາຍໃນ ທັງເກີດຄວາມຫຼຸດໂຕນກັນຢ່າງຂາດຮອຍລະຫວ່າງອັດຕາແລກປ່ຽນທີ່ທາງການກຳນົດ ທຽບກັບອັດຕາແລກປ່ຽນຕາມຮ້ານແລກປ່ຽນພາຍນອກ ເຮັດໃຫ້ປະສົບກັບໄພເງິນເຟີ້ຢ່າງບໍ່ສາມາດຫຼີກລ່ຽງໄດ້.

ອັດຕາແລກປ່ຽນທີ່ທາງທະນາຄານກາງກຳນົດອອກໃນ ວັນທີ 5 ກໍລະກົດ 2021 ແມ່ນ 9,494 ກີບຕໍ່ 1 ໂດລາສະຫະລັດ, ຂະນະທີ່ເງິນບາດແມ່ນ 295,08 ກີບຕໍ່ 1 ບາດ, ແຕ່ທາງຮ້ານແລກປ່ຽນເງິນຕາຂ້າງນອກຊໍ້າພັດກະໂດດຂຶ້ນເກືອບ 11,000 ກີບຕໍ່ 1 ໂດລາ, ແລະ 342 ກີບຕໍ່ 1 ບາດ.

ເຖິງແມ່ນວ່າທາງທະນາຄານກາງໄດ້ປະກາດເມື່ອປີກາຍນີ້ວ່າຈະພະຍາຍາມຮັກສາມູນຄ່າຂອງເງິນກີບລາວໂດຍທຽບກັບສະກຸນເງິນຕາຕ່າງປະທດບໍ່ໃຫ້ຫຼຸດ 5 ເປີເຊັນ, ແຕ່ເບິ່ງຄືກັບວ່າຈະເປັນການຍາກທີ່ຈະຮັກສາມູນຄ່າເງິນກີບໄວ້ໄດ້ໃນລະດັບນີ້ ເມື່ອສົມທຽບໃສ່ສະຖານະການໃນປັດຈຸບັນ.

ອາຈານຄົນໜຶ່ງບໍ່ປະສົງອອກນາມ, ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນບອກກັບທີມງານ ລາວໂພສ ວ່າ: ໄດ້ມີການຜ່ອນລົດໃຫຍ່ໃນສະກຸນເງິນໂດລາສະຫະລັດ ເຊິ່ງຕ້ອງຜ່ອນຊຳລະເປັນງວດໃນແຕ່ລະເດືອນດ້ວຍອັດຕາແລກປ່ຽນຕາມທາງທະນາຄານກຳນົດອອກໃນແຕ່ລະວັນ ແຕ່ເນື່ອງຈາກຄ່າເງິນກີບລາວທີ່ອ່ອນຕົວລົງນັບມື້, ການຊຳລະຄ່າຜ່ອນລົດກໍເຫັນວ່າແພງຂຶ້ນເລື້ອຍໆ ເນື່ອງຈາກລາຍຮັບແມ່ນເປັນເງິນກີບ ແຕ່ຕ້ອງຊຳລະເປັນເງິນໂດລາ ເຖິງຈະໄລ່ຕາມເຣດທະນາຄານກໍຕາມ.

ອີງຕາມບົດຄົ້ນຄ້ວາໂດຍຫຍໍ້ດ້ານນະໂຍບາຍ ໃນຫົວຂໍ້ເງິນກີບອ່ອນຄ່າກະທົບໂດຍກົງຕໍ່ຜູ້ບໍລິໂພກ ແລະ ທຸລະກິດພາຍໃນປະເທດ ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າວ່າ: ຜົນກະທົບຂອງໂຄວິດ – 19 ຕໍ່ເສດຖະກິດຂອງ ສປປ ລາວ ແມ່ນບໍ່ຕ່າງກັບປະເທດກຳລັງພັດທະນາອື່ນໆ ໂດຍສະເພາະການສົ່ງອອກ, ການລົງທຶນຕ່າງປະເທດ ແລະ ຂະແໜງບໍລິການຕິດພັນກັບການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່ງໆຫຼາຍແຫ່ງຢຸດຊົ່ວຄາວ.

ຍຸກເຂົ້າຍາກໝາກແພງ ບວກກັບສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ລວມທັງໄພເງິນເຟີ້ ໄດ້ສົ່ງຜົນກະທົບໜັກສົມຄວນຕໍ່ການດຳລົງຊີວິດຂອງປະຊາຊົນ ເຊິ່ງໄດ້ແຕ່ຫວັງວ່າວິກິດການຄັ້ງນີ້ຈະໄດ້ຮັບການແກ້ໄຂໄດ້ຢ່າງຖ່ວງທັນ.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...